ກອງປະຊຸມສຸດຍອດ G7 ເປີດກວ້າງ ອອກຖະແຫຼງການຮ່ວມ ໂດຍເຕື້ອງເຖິງຫຼາຍບັນຫາ

(VOVWORLD) -ຖະແຫຼງການຮ່ວມມີຄວາມຍາວ 8 ໜ້າ ຂອງ G7  ໄດ້ຢັ້ງຢືນການສວມບົດບາດແກ່ນສານຂອງລະບົບການຄ້າ ສາກົນ ໂດຍອີງໃສ່ບັນດາຂໍ້ກຳນົດ, ຊີ້ແຈ້ງເຖິງຄວາມຈຳເປັນຂອງພື້ນຖານການຄ້າທົ່ວໂລກ “ຄວາມເສລີ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ"

ກອງປະຊຸມສຸດຍອດ G7  ເປີດກວ້າງ ອອກຖະແຫຼງການຮ່ວມ ໂດຍເຕື້ອງເຖິງຫຼາຍບັນຫາ - ảnh 1 ບັນດາການນຳກຸ່ມປະເທດ G7 ຖ່າຍຮູບເປັນທີ່ລະນຶກ ທີ່ກອງປະຊຸມ

(ພາບ: TTXVN)

ວັນທີ 9 ມິຖຸນາ, ກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ເປີດກວ້າງ ຢູ່ປະເທດການາດາ ໄດ້ອັດລົງ ແລະ ອອກຖະແຫຼງການຮ່ວມ, ໃນນັ້ນ ໄດ້ເຕື້ອງເຖິງຫຼາຍບັນຫາທີ່ຮ້ອນເຮັ່ງໃນໂລກ ເຊັ່ນ ລັດທິອາລັກຂາການຄ້າ, ຂໍ້ຕົກລົງນິວເຄຼຍອີຣານ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການພົວພັນລະຫວ່າງຝ່າຍຕາເວັນຕົກ ກັບລັດເຊຍ.

        ຖະແຫຼງການຮ່ວມມີຄວາມຍາວ 8 ໜ້າ ຂອງ G7  ໄດ້ຢັ້ງຢືນການສວມບົດບາດແກ່ນສານຂອງລະບົບການຄ້າ ສາກົນ ໂດຍອີງໃສ່ບັນດາຂໍ້ກຳນົດ, ຊີ້ແຈ້ງເຖິງຄວາມຈຳເປັນຂອງພື້ນຖານການຄ້າທົ່ວໂລກ “ຄວາມເສລີ, ຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ”, ພ້ອມກັນນັ້ນ, ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຕໍ່ສູ້ຕ້ານລັດທິອາລັກຂາ. ບັນດາການນຳ G7 ໃຫ້ຄຳໝັ້ນສັນຍາຈະຫັນອົງການການຄ້າໂລກໃຫ້ເປັນທັນສະໄໝ ຍິ່ງໄວກໍຍິ່ງດີ ແລະ “ມານະພະຍາຍາມຫຼຸດຜ່ອນບັນດາຮົ້ວກີດຂວາງດ້ານພາສີອາກອນ, ບັນດາຮົ້ວກີດຂວາງຍົກເວັ້ນພາສີ ແລະບັນດາບ້ວງເງິນອຸດໜູນຂອງລັດຖະບານ”.

        ກ່ຽວກັບບັນຫານິວເຄຼຍອີຣານ, ບັນດາການນຳ G7 ໃຫ້ຄຳໝັ້ນສັນຍາວ່າ “ຈະບໍ່ຊອກຫາ, ພັດທະນາ ຫຼືເປັນກຳມະສິດອາວຸດນິວເຄຼຍ”.

        ສ່ວນກ່ຽວກັບການພົວພັນລະຫວ່າງຝ່າຍຕາເວັນຕົກກັບລັດເຊຍນັ້ນ, ບັນດາການນຳ G7 ໄດ້ຮຽກຮ້ອງໃຫ້ ມົດສະກູ ຢຸດຕິ “ການກະທຳກໍ່ຄວາມຂາດສະຖຽນລະພາບ” ແລະ ກ່ຽວກັບການສະໜັບສະໜູນທ່ານນາຍົກລັດຖະມົນຕີ ຊີຣີ Bashar al – Assad . ບັນດາການນຳ G7 ໄດ້ເຫັນດີເປັນເອກະພາບຈະສືບຕໍ່ “ແຊກແຊງກັບລັດເຊຍ ເພື່ອແກ້ໄຂບັນດາວິກິດການຢູ່ພາກພື້ນ ແລະ ສິ່ງທ້າທາຍທົ່ວໂລກ”.

ການຖະແຫຼງຂ່າວທີ່ເປັນໜ້າສົນໃຈ ນັ້ນແມ່ນເລື່ອງບັນດາການນຳ G7 ຍອມຮັບປະລາໄຊໃນການມານະພະຍາຍາມ ເພື່ອບັນລຸຄວາມເຫັນດີເຫັນພ້ອມກັບອາເມລິກາໃນບັ້ນຮົບຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ຄຳເຫັນໃນການປະຊຸມຂ່າວຂອງບັນດາການນຳ G7 ພາຍຫຼັງກອງປະຊຸມ ໄດ້ສະແດງໃຫ້ເຫັນວ່າ ບັນດາປະເທດໃນກຸ່ມ ປັດຈຸບັນ, ພວມມີຄວາມແບ່ງແຍກກັນຢ່າງເລິກເຊິ່ງໃນຫຼາຍບັນຫາ. ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ການາດາ Justin Trudeau ໃຫ້ຮູ້ວ່າ ໄດ້ມີຄວາມມານະພະຍາຍາມ ແຕ່ຍັງຄົງຄ້າງຄວາມແຕກຕ່າງກັນລະຫວ່າງການນຳບັນດາປະເທດກັບ ທ່ານ ປະທານາທິບໍດີອາເມລິກາ Donald Trump. ທ່ານນາຍົກລັດຖະມົນຕີ Justin Trudeau ຢັງຢືນວ່າ ການາດາຈະວາງອອກມາດຕະການໂຕ້ຕອບເທົ່າທຽມກັບເລື່ອງອາເມລິກາຈັດວາງອັດຕາພາສີສຳລັບບັນດາປະເພດສິນຄ້າອາລູມີນຽມ ແລະ ເຫຼັກກ້າຂອງການາດາ ແຕ່ວັນທີ 01/07 ຈະມາເຖິງ.

        ກ່ຽວຂ້ອງເຖິງຖະແຫຼງການຮ່ວມຂອງ G7, ທ່ານປະທານາທິບໍດີອາເມລິກາ Donald Trump ປະກາດວ່າ ທ່ານໄດ້ຮຽກຮ້ອງໃຫ້ຜູ້ຕາງໜ້າບັນດາອົງການຈັດຕັ້ງຂອງອາເມລິກາ ທີ່ບໍ່ເຫັນດີກັບຖະແຫຼງການຮ່ວມສະບັບນີ້ ດ້ວຍສາເຫດ “ບໍ່ພໍໃຈ” ກັບ “ຖະແຫຼງການຮ່ວມທີ່ຜິດພາດ” ຂອງ ທ່ານນາຍົກລັດຖະມົນຕີ Justin Trudeau ໃນການປະຊຸມຂ່າວພາຍຫຼັງກອງປະຊຸມ.

(xuyen) ນາຍົກລັດຖະມົນຕີສິງກະໂປພົບປະກັບການນຳ ສປປ.ເກົາຫຼີ ແລະ ອາເມລິກາ

        ໃນວັນທີ 10 ມິຖຸນາ, ຄາດວ່າ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ຈະມີການພົບປະກັບການນຳ ສປປ.ເກົາຫຼີ Kim Jong Un ພາຍຫຼັງ ທ່ານໄປຮອດສິງກະໂປ ເພື່ອເຂົ້າຮ່ວມການພົບປະຄັ້ງສຸດຍອດກັບທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 12 ມິຖຸນາ. ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ກໍຈະມີການພົບປະກັບ ທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 11 ມິຖຸນາ ເຊັ່ນດຽວກັນ.

        ໃນຕອນຄ່ຳຂອງວັນດຽວກັນ, ວຽກງານທຸກຢ່າງ ເພື່ອກະກຽມໃຫ້ແກ່ການພົບປະຄັ້ງສຸດຍອດປະຫວັດສາດຄັ້ງທຳອິດລະຫວ່າງການນຳສອງປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ໂດຍປະເທດເຈົ້າພາບສິງກະໂປ ປະຕິບັດຢ່າງສຳເລັດ. ໃນຊຸມວັນຜ່ານມາ, ການຮັບປະກັນຄວາມປອດໄພ ໄດ້ຮັບການເພີ່ມທະວີເປັນພິເສດຢູ່ເກາະກັວກຊືຕື້ ແລະ ຈະໄດ້ຮັບການຮັດແໜ້ນຢູ່ຫຼາຍບໍລິເວັນ ໂດຍລັດຖະບານປະກາດວ່າ ມີ “ເຫດການພິເສດ” ນັບແຕ່ວັນທີ 10 ມິຖຸນາເປັນຕົ້ນໄປ. ຄາດວ່າ ການນຳສອງປະເທດ ຈະພົບກັນຢູ່ໂຮງແຮມ Capella ເຊິ່ງຕັ້ງຢູ່ເກາະ Sentosa ຢູ່ທາງທິດໃຕ້ຂອງປະເທດສິງກະໂປ. ບັນຫາຕົ້ນຕໍຂອງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ  ນັ້ນແມ່ນບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ