ກອງປະຊຸມສຸດຍອດ P4G: ພັດທະນານະຄອນອັດສະລິຍະຊ່ວຍຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ

(VOVWORLD) -ຮູບແບບນະຄອນອັດສະລິຍະແມ່ນພື້ນຖານຊ່ວຍໃຫ້ບັນດານະຄອນສ້າງອະນາຄົດ ເປັນບ່ອນທີ່ມະນຸດໂຄງຕົວຢ່າງສົມກຽວພ້ອມກັບທຳມະຊາດ.

ໃນຂອບເຂດກອງປະຊຸມຍຸດຍອດຄູ່ຮ່ວມມືກ່ຽວກັບການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ໄດ້ຈັດຂຶ້ນທາງອອນລາຍ ພາຍໃຕ້ການເປັນເຈົ້າພາບຂອງສ.ເກົາຫຼີ. ຕອນບ່າຍວັນທີ 31 ພຶດສະພາ, ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຄົມມະນາຄົມຂົນສົ່ງສ.ເກົາຫຼີ ໄດ້ຈັດກອງປະຊຸມຫົວເລື່ອງສະເພາະກ່ຽວກັບການພັດທະນານະຄອນອັດສະລິຍະເພື່ອປະກອບສ່ວນປະຕິບັດເປົ້າໝາຍຫຼຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຄົມມະນາຄົມຂົນສົ່ງສ.ເກົາຫຼີ Noh Hyeong ouk ຖືວ່າ, ຮູບແບບນະຄອນອັດສະລິຍະແມ່ນພື້ນຖານຊ່ວຍໃຫ້ບັນດານະຄອນສ້າງອະນາຄົດ ເປັນບ່ອນທີ່ມະນຸດໂຄງຕົວຢ່າງສົມກຽວພ້ອມກັບທຳມະຊາດ. ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນພາກລັດ-ເອກະຊົນ ໃນການສ້າງບັນດານະຄອນອັດສະລິຍະແກ້ໄຂບັນຫາກາກບອນ. ທີ່ກອງປະຊຸມນີ້, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮຽກຮ້ອງໃຫ້ສ້າງຕັ້ງບັນດາການພົວພັນຄູ່ຮ່ວມມືປະດິດຄິດສ້າງ, ຄັດສະເໜີບັນດາຕົວຢາງກ່ຽວກັບການພົວພັນຄູ່ຮ່ວມມືທີ່ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ