ກອງ​ປະ​ຊຸມ​ສຸດຍອດ Vibrant Gujarat ຈະ​ເປັນ​ບ່ອນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ອິນ​ເດຍ

(VOVWORLD) - ການຢ້ຽມຢາມ ອິນເດຍ ຂອງທ່ານຮອງນາຍົກລັດຖະມົນຕີ ໄປຍັງ ອິນເດຍ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນສຳລັບການພົວພັນລະຫວ່າງສອງປະເທດ, ຢັ້ງຢືນນະໂຍບາຍຂອງ ຫວຽດນາມ ທີ່ວ່າ ຖືການພົວພັນກັບ ອິນເດຍ ເປັນສຳຄັນ, ສະໜັບສະໜູນບັນດາຂໍ້ລິເລີ່ມ, ເວທີປາໄສ ໂດຍ ອິນເດຍ ເປັນເຈົ້າພາບຈັດຂຶ້ນໃຫ້ສອດຄ່ອງກັບຜົນປະໂຫຍດຂອງທັງສອງຝ່າຍ ແລະ ປະຊາຄົມສາກົນ.
ກອງ​ປະ​ຊຸມ​ສຸດຍອດ Vibrant Gujarat ຈະ​ເປັນ​ບ່ອນ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ອິນ​ເດຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ (ພາບ: baochinhphu.vn)

ນັບແຕ່ວັນທີ 9 ຫາວັນທີ 12 ມັງກອນ, ຢູ່ນະຄອນ Gandhinagar, ລັດ Gujarat ຕາເວັນຕົກ, ປະເທດ ອິນເດຍ ໄດ້ດຳເນີນກອງປະຊຸມສຸດຍອດທົ່ວໂລກ Gujarat ເຕັມໄປດ້ວຍພະລັງຊີວິດ (Vibrant Gujarat Global Summit) ດ້ວຍການເຂົ້າຮ່ວມຂອງການນຳຫຼາຍປະເທດໃນໂລກ. ຄະນະຜູ້ແທນລັດຖະບານ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ນຳພາຄະນະເຂົ້າຮ່ວມກອງປະຊຸມ. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ  ຫງວຽນແທັງຫາຍ ແລ້ວ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ແມ່ນການນຳຂັ້ນສູງຄົນທຳອິດຂອງ ຫວຽດນາມ ເຂົ້າຮ່ວມປະຊຸມດັ່ງກ່າວ. ການຢ້ຽມຢາມ ອິນເດຍ ຂອງທ່ານຮອງນາຍົກລັດຖະມົນຕີ ໄປຍັງ ອິນເດຍ ແລະ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນສຳລັບການພົວພັນລະຫວ່າງສອງປະເທດ, ຢັ້ງຢືນນະໂຍບາຍຂອງ ຫວຽດນາມ ທີ່ວ່າ ຖືການພົວພັນກັບ ອິນເດຍ ເປັນສຳຄັນ, ສະໜັບສະໜູນບັນດາຂໍ້ລິເລີ່ມ, ເວທີປາໄສ ໂດຍ ອິນເດຍ ເປັນເຈົ້າພາບຈັດຂຶ້ນໃຫ້ສອດຄ່ອງກັບຜົນປະໂຫຍດຂອງທັງສອງຝ່າຍ ແລະ ປະຊາຄົມສາກົນ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຈະມີບົດກ່າວປາໄສສຳຄັນໃນວາລະໄຂ, ພົບປະກັບທ່ານນາຍົກລັດຖະມົນຕີ Narendra Modi, ຜູ້ວ່າການລັດ Gujarat Shri Bhupendra Patel, ລັດຖະມົນຕີກະຊວງອຸດສາຫະກຳ ອິນເດຍ. ນອກຈາກນັ້ນແລ້ວ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກໍຈະມີບົດກ່າວປາໄສຊີ້ນຳໃນເວທີປາໄສວິສາຫະກິດ ຫວຽດນາມ; ຢ້ຽມຢາມ ແລະ ເຮັດວຽກກັບບັນດາວິສາຫະກິດແຖວໜ້າອີກດ້ວຍ.

ຟານຕຸງ - ນັກຂ່າວ VOV ປະຈຳ  New Delhi

ຕອບກັບ

ຂ່າວ/ບົດ​ອື່ນ