ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຈະບັນລຸໄດ້ບາດກ້າວເດີນລະອຽດ ກ່ຽວກັບການປອດນິວເຄຼຍ ຢູ່ແຫຼມເກົາຫຼີ

(VOVWORLD) -ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະບັນລຸໄດ້ຄວາມຄືບໜ້າທີ່ເຫັນໄດ້ຊັດ ກ່ຽວກັບການລົບລ້າງ ອາວຸດ ນິວເຄຼຍ ໃນແຫຼມເກົາຫຼີ.

ວັນທີ 25 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່່າ ທ່ານປາດຖະໜາວ່າ ກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່່າງ ອາເມລິກາ - ສປປ.ເກົາຫຼີ  ທີ່ຖືກດໍາເນີນ ຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 27 – 28 ກຸມພາ ຈະບັນລຸໄດ້ບາດກ້າວເດີີນລະອຽດໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບ ກໍຄື ການປອດນິວເຄຼຍ ຢູ່ແຫຼມເກົາຫຼີ ຢ່າງສີ້ນເຊິງ ແລະ ສາມາດກວດກາຕົວຈິງໄດ້. ກ່າວຄໍາເຫັນທີີ່ກອງປະຊຸມ ກ່່ຽວກັບການປົດອາວຸດ ທີ່ຖືກດໍາເນີນຢູ່ສໍານັກງານ ສປຊ ຢູ່ ເຊີແນວ ປະເທດສະວິດ, ທ່ານ Antonio Guterres ຫວັງວ່າ ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະບັນລຸໄດ້ຄວາມຄືບໜ້າທີ່ເຫັນໄດ້ຊັດ ກ່ຽວກັບການລົບລ້າງ ອາວຸດ ນິວເຄຼຍ ໃນແຫຼມເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ