ກອງປະຊຸມສຸດຍອດ ອີຢູ ເລີ່ມຕົ້ນດ້ວຍຫຼາຍບັນຫາຮ້ອນເຮັ່ງ

(VOVWORLD) - ການນຳບັນດາປະເທດ ອີຢູ ໄດ້ເຫັນດີເປີດບັນດາການເຈລະຈາກ່ຽວກັບເລື່ອງຮັບເອົາ ຢູແກຼນ ແລະ ໂມໂດວາ ເຂົ້າເປັນສະມາຊິກຂອງ ອີຢູ
ກອງປະຊຸມສຸດຍອດ ອີຢູ ເລີ່ມຕົ້ນດ້ວຍຫຼາຍບັນຫາຮ້ອນເຮັ່ງ - ảnh 1ການນຳບັນດາປະເທດ ອີຢູ ໄດ້ເຫັນດີເປີດບັນດາການເຈລະຈາກ່ຽວກັບເລື່ອງຮັບເອົາ ຢູແກຼນ ແລະ ໂມໂດວາ
(ພາບ: AFP/TTXVN)

        ວັນທີ 14 ທັນວາ, ການນຳບັນດາປະເທດສະມາຊິກສະຫະພາບ ເອລົບ (ອີຢູ) ໄດ້ເລີ່ມດຳເນີນກອງປະຊຸມສຸດຍອດສຸດທ້າຍໃນປີຢູ່ ບຣຸກແຊນ (ປະເທດ ແບນຊິກ), ດ້ວຍລາຍການດຳເນີນງານລວມມີຫຼາຍບັນຫາຮ້ອນເຮັ່ງ. ບັນດາຫົວຂໍ້ລວມມີ: ເລື່ອງເປີດບັນດາການເຈລະຈາກ່ຽວກັບເລື່ອງ ຢູແກຼນ ແລະ ໂມໂດວາ ເຂົ້າເປັນສະມາຊິກ ອີຢູ; ເພີ່ມທະວີການໜູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ; ຕໍ່ກຳນົດເວລາງົບປະມານຫຼາຍປີຂອງ ອີຢູ ທີ່ພວມໝົດກ້ຽງຍ້ອນວິກິດການ; ນະໂຍບາຍຄວາມໝັ້ນຄົງ ແລະ ສະພາບອົບພະຍົບໃນທົ່ວ ອີຢູ ແລະ ການປະທະກັນຢູ່ ຢູແກຼນ, ເຂດຕາເວັນອອກກາງ…

        ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ຮຸງກາຣີ, ການນຳບັນດາປະເທດ ອີຢູ ໄດ້ເຫັນດີເປີດບັນດາການເຈລະຈາກ່ຽວກັບເລື່ອງຮັບເອົາ ຢູແກຼນ ແລະ ໂມໂດວາ ເຂົ້າເປັນສະມາຊິກຂອງ ອີຢູ, ພ້ອມທັງສະໜອງລະບຽບການຮັບສະໝັກເປັນສະມາຊິກໃຫ້ແກ່ ຈໍເຈຍ.

        ໃນສື່ສັງຄົມອອນລາຍ X, ທ່ານປະທານສະພາ ເອີລົບ Charles Michel ເນັ້ນໜັກວ່າ, ສິ່ງດັ່ງກ່າວແມ່ນສັນຍານຕັ້ງໜ້າ ແລະ ແມ່ນຄວາມຫວັງໃຫ້ແກ່ປະຊາຊົນ ຢູແກຼນ, ກໍຄືປະຊາຊົນ ເອີລົບ.

        ຄາດວ່າ, ກອງປະຊຸມສຸດຍອດ ອີຢູ ຈະດຳເນີນແຕ່ວັນທີ 14-15 ທັນວາ. ເຖິງຢ່າງໃດກໍ່ຕາມ, ຕາມວົງການເຈົ້າໜ້າທີ່ ອີຢູ ແລ້ວ, ນີ້ຈະແມ່ນກອງປະຊຸມທີ່ຫຍຸ້ງຍາກ ແລະ ອາດຈະແກ່ຍາວກວ່າເວລາທີ່ຄາດຄະເນໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ