ກອງປະຊຸມສຸດຍອດນາ ໂຕ ອອກຖະແຫຼງການ ຮ່ວມ

ກອງປະຊຸມສຸດຍອດນາ ໂຕ ອອກຖະແຫຼງການ ຮ່ວມ - ảnh 1
ການນຳປະເທດຕ່າງໆທີ່ກອງປະຊຸມສຸດຍອດນາໂຕ
(ພາບ:dantri.com.vn)

( vovworld ) – ​ວັນທີ 21/5, ກອງປະຊຸມສຸດຍອດກຸ່ມນາໂຕ ດຳເນີນໄປຢູ່ Chicago ປະເທດ ອາ​ເມ​ລິ​ກາ ໄດ້ອອກຖະແຫຼງການຮ່ວມ ຊື່ງອະດີດປະມຸກລັດ ແລະ ຜູ້ນຳລັດຖະບານຂອງ 28 ປະເທດສະມາຊິກ​ໄດ້ຮັບຮອງເອົາກ່ອນນີ້ 1 ວັນ. ຖະແຫຼງການຮ່ວມຢືນຢັນຄືນໃໝ່ ຄຳໝັ້ນສັນຍາຂອງນາໂຕ ກ່ຽວກັບການ ພົວພັນພັນທະມິດຂ້າມມະຫາ​ສະໝຸດ​ອັດ​ລັງ​ຕິກ, ຊີ້​ແຈ້ງ​ອະນາຄົດ​ຂອງ​ບັນດາ​ບັ້ນຮົບ​ການ​ທະຫານ​ຢູ່​ອາບ​ກາ​ນີສະຖານ, ພ້ອມ​ທັງ​ມີ​ບາດກ້າວ​ເພື່ອ​ຮັບປະກັນ​ໃຫ້​ພັນທະ​ມິດ​ນີ້ ມີ​ຄວາມ​ສາມາດ​ຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່​ຮອບດ້ານ. ຖະ​ແຫຼ​ງການ​ກໍ່​ຊີ້​ແຈ້ງ​ຄຳໝັ້ນສັນຍາ​ປັບປຸງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຂອງ​ກຸ່ມ. ກ່ຽວ​ກັບ​ບັນຫາອາບ​ກາ​ນີສະຖານ, ຖະ​ແຫຼ​ງການ​ຢືນຢັນ​ວິວັດ​ການ​ມອບ​ໂອນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່ “ບໍ່​ອາດ​ຕ່າວ​ປີ້ນ​ໄດ້“ ຈາກ​ກຳລັງ​ໜູນ​ຊ່ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ (ISAF) ​ໃຫ້​ແກ່ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດອາບ​ກາ​ນີສະຖານ (ANFS) ພວມ​ກ້າວໄປ​ຖືກ​ທິດ ​ແຕ່​ຈະ​ດຳ​ເນີນ​​ແຕ່​ນີ້​ຮອດ​ກາງ​ປີ 2013. ຫຼັງ​ຈາກ​ນັ້ນ, ນາ​ໂຕ ຈະ​ຫັນປ່ຽນ​ໄປສູ່​ບົດບາດ​ໜູນ​ຊ່ວຍ ຈົນ​ເຖິງ​ເວລາ​ຖອນ​ກຳລັງ​ສາກົນ​ທັງ​ໝົດ​ອອກ​ຈາກອາບ​ກາ​ນີສະຖານ ​ໃນ​ທ້າຍ​ປີ 2014. ຖະ​ແຫຼ​ງການ​ກໍ່​ເຕື້ອງ​ເຖິງສະພາບ​ການ​ປະຈຸ​ບັນ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ຢືນຢັນ​ຄືນ​ແຜນການ​ເປີດ​ກ້ວາງສຳ​ພັນທະ​ມິດ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ