ກອງປະຊຸມສຸດຍອດສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮັບຮອງເອົາຖະແຫຼງການກ່ຽວກັບປ່າ

ກອງປະຊຸມສຸດຍອດສປຊກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮັບຮອງເອົາຖະແຫຼງການກ່ຽວກັບປ່າ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon
(ພາບປະ​ກອບ)

(vovworld) – ​ວັນ​ທີ 23/9, ໃນ​ຂອບ​ເຂດກອງ​ປະ​ຊຸມ​​ສຸດຍອດ ສ​ປ​ຊ ກ່ຽວ​ກັ​ບດິນ​ຟ້າອ​າ​ກາດ, ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ຄັ້​ງ​ທຳ​ອິດ​ຢ່​ູສຳ​ນັກ​ງານ ສ​ປ​ຊ ​ປະ​ຈຳ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ຮັບ​ຮອ​ງ​ເອົາ​ຖະ​ແຫຼງ​ການ​ກ່ຽວ​ກັບ​ປ່າ, ເພື່ອ​ແນ​ໃສ່​ຮັກ​ສາ ແລະ ພັດ​ທະ​ນາ​ເນື້ອ​ທີປ່າ, ປະ​ກອບ​ສ່ວນ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ບັນ​ດາ​ປະ​ມຸກ​ລັດ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ທີ່​ມາ​ຈາກ 193 ປະ​ເທດ​ສະ​ມາ​ຊິກ ສ​ປ​ຊ, ບັນ​ດາ​ຜູ້​ຕາງ​ໜ້າ​ຂອງວົງ​ການ​ນັກ​ວິ​ທະ​ຍາ​ສາດ, ການ​ເງິນ, ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ເຄື່ອນ​ໄຫວ​ສິ່ງ​ແວ​ດ​ລ້ອມ. . . ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຮ​ອດ​ປີ 2020 ຈະ​ຫລຸດ​ຜ່ອນ​​ເນື້​ອ​ທີ່​ປ່າ​ຖືກ​ເສຍ​ຫາຍໃຫ້ໄດ້ 50%, ແລະ ຮອດ​ປີ 2030 ຈະ​ສະ​ກັດ​ກັ້ນ​ສະ​ພາບນ​ຳ​ໃຊ້​ປ່າ​ເຂົ້າ​ຈຸດ​ປະ​ສົງ​ອື່ນ. ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon ໃຫ້​ຮູ້​ວ່າ: ຖະ​ແຫຼງ​ການ​ກ່ຽວ​ກັບ​ປ່າ​ຫາກໍ່​ໄດ້​ຮັບ​​ການ​ຮັບຮອງ​ເອົາ ເຖິງວ່າບໍ່​ແມ່ນ​ເອ​ກະ​ສານ​ມີ​ລັກ​ສະ​ນະ​​ຜູກ​ມັດ​ກ່ຽວ​ກັບ​ດ້ານ​ນິ​ຕິ​ກຳກໍ່​ຕາມ, ແຕ່​ ທ່ານ​ຍັງ​ຫວັງ​ວ່າ​ມັນ​ຈະ​ແມ່ນ​ປັດ​ໄຈ​ສຳ​ຄັນ​ປະ​ກອບ​ສ່ວນ​ປັກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທີ່ມີ​ຊີ​ວິດ​ໃນ​ໂລກ ຖ້າ​ຫາກ​ທຸກໆ​ຄົນ, ທຸກໆ​ປະ​ເທດ​ລ້ວນ​ແຕ່​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ທັງ​ໝົດຢ່າງ​ເດັດ​ຂາດ.


ຂ່າວ/ບົດ​ອື່ນ