ກອງ​ປະ​ຊຸມ​ສູນ​ກາງພັກ​ກອມ​ມູ​ນິດ​ກຸ​ບາ ຄັ້ງ​ທີ 2 ຊຸກ​ຍູ້ຫຼາຍ​ວຽກ​ງານ​ສຳ​ຄັນ

(VOVWORLD)-ໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາຜູ້ທີ 1  ພັກກອມມູນິດກຸບາ (PCC) ແລະ ປະທານກຸບາ Miguel Díaz-Canel Bermúdez,  ບັນດາກຳມະການຄະນະບໍລິຫານງານສູນກາງພັກກອມມູນິດກຸບາ (PCC) ໄດ້ເນັ້ນໜັກເຖິງເລື່ອງພັດທະນາເສດຖະກິດແຫ່ງຊາດ.
ກອງ​ປະ​ຊຸມ​ສູນ​ກາງພັກ​ກອມ​ມູ​ນິດ​ກຸ​ບາ ຄັ້ງ​ທີ 2  ຊຸກ​ຍູ້ຫຼາຍ​ວຽກ​ງານ​ສຳ​ຄັນ - ảnh 1

 (ພາບ: AFP/TTXVN)

   ກອງປະຊຸມສູນກາງພັກຄັ້ງທີ 2 ຊຸດທີ 8 ຂອງພັກກອມມູນິດກຸບາ (PCC) ໄດ້ຮັບຮອງເອົາຫຼາຍຍຸດທະສາດທີ່ລະອຽດ, ຊຸກຍູ້ບັນດາວຽກງານທີ່ໄດ້ວາງອອກ ໃນກອງປະຊຸມໃຫ່ຍ ຊຸດທີ 8 ຈັດຂຶ້ນໃນເດືອນເມສາທີ່ຜ່ານມາ.

  ບັນດາເນື້ອໃນຕົ້ນຕໍໃນ 2 ມື້ເຮັດວຽກຫວ່າງແລ້ວນີ້ຂອງກອງປະຊຸມ ລວມມີການຜັນຂະຫຍາຍບັນດາມະຕິຂອງກອງປະຊຸມໃຫ່ຍຊຸດທີ 8, ໝາກຜົນວຽກງານຂອງກົມການເມືອງ, ບັນດາຂໍ້ສະເໜີກ່ຽວກັບການປັບປຸງກົດລະບຽບຂອງພັກ ເພື່ອເໝາະສົມກັບລັດຖະທຳມະນູນປີ 2019 ແລະ ບັນດາເປົ້າໝາຍ, ຈຸດພິເສດໃນໄລຍະປະຫວັດສາດໃໝ່…

   ໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາຜູ້ທີ 1  ພັກກອມມູນິດກຸບາ (PCC) ແລະ ປະທານກຸບາ Miguel Díaz-Canel Bermúdez,  ບັນດາກຳມະການຄະນະບໍລິຫານງານສູນກາງພັກກອມມູນິດກຸບາ (PCC) ໄດ້ເນັ້ນໜັກເຖິງເລື່ອງພັດທະນາເສດຖະກິດແຫ່ງຊາດ, ພ້ອມກັບການຕໍ່ສູ້ເພື່ອສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຢືດໝັ້ນຫຼັກໝັ້ນ ຄືດັ່ງບັນດາໜ້າທີ່ຕົ້ນຕໍຂອງພັກ ຄືກຳລັງສັງຄົມນຳໜ້າໃນສະພາບການປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ