ກອງປະຊຸມສູນກາງພັກຊຸດທີ11ເລີ່ມເຮັດວຽກ

ກອງປະຊຸມສູນກາງພັກຊຸດທີ11ເລີ່ມເຮັດວຽກ - ảnh 1
(ກອງປະຊຸມສູນກາງພັກຊຸດທີ11ເລີ່ມເຮັດວຽກ)

(vovworld) –​ ​​ ​ກອງ​ປະ​ຊຸມ​ຄັ້ງ​ທີ 14, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽ​ດ​ນາມ ຊຸດ​ທີ 11 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/01, ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ເປັນ​ປະ​ທານກອງ​ປະ​ຊຸມ ແລະ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ. ທ່ານ​ປະ​ທານ​ປະ​ເທດ ເຈື​ອງ​ເຕີນ​ຊາງ ​ໄດ້ຕາງ​ໜ້າ​ໃຫ້​ກົມ​ການ​ເມືອງຊີ້​ນຳ​ວາ​ລະ​ໄຂ​ກອງ​ປະ​ຊຸມ. ໃນ​ຕອນ​ເຊົ້າ, ສູນ​ກາງ​ພັກ ໄດ້​ເຮັດ​ວຽກ​ຢູ່​ຫ​ໍ​ປະ​ຊຸມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ໄດ້​ຕາງ​ໜ້າ​​ໃຫ້ກົມ​ການ​ເມືອງ ອ່ານ​ບົດ​ລາຍ​ງານ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ໝາກ​ຜົນ​ການ​ເຈ​ລະ​ຈາ ແລະ ຂໍ​ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການລົງ​ນາ​ມ​ໃນ​ສົນ​ທິ​ສັນ​ຍາ​ຄູ່​ຮ່ວມ​​ມື​ຂ້າມ​ປ​າ​ຊີ​ຟິກ (TPP). ຫຼັງ​ຈາກນັ້ນ, ສູນ​ກາງ​ພັກ​ປຶກ​ສາ​ຫາ​ລື​ຢູ່​​ຕາມໜ່ວຍ​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງ​ກ່າວ.

      ຕອນ​ບ່າຍ​ວັນ​ດຽວ​ກັນ, ສູນ​ກາງ​ພັກ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະ​ຊຸມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ​ຊີ້​ນຳກອງ​ປະ​ຊຸມ. ທ່ານ ໂຕ​ຮຸຍ​ເຣື໋ອ, ກຳ​ມ​ະ​ການ​ກົມ​ການ​ເມືອງ, ເລ​ຂາ​​ທິ​ການສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ​ຕາງ​ໜ້າ​ໃຫ້​ກົມ​ການ​ເ​ມືອງ​ອ່​ານ​ບັນ​ດາ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ ​ຮັບເອົາ​ຄຳ​ເຫັ​ນ​ຂອງ​ສູນ​ກາງ​ພັກ ທີ່ກອງ​ປ​ະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 13 ເພື່ອ​ເພີ່ມ​ເຕີ່ມ​ບຸກ​ຄະ​ລາ​ກອນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ​ຄະ​ນະເລ​ຂາ ແລະ ສະ​ເໜີ​ບຸກ​ຄະ​ລາ​ກອນ​ໃນ 4 ຕຳ​ແໜ່ງ​ການ​ນຳ​ຫຼັກ​ແຫຼ່ງ​ຊຸດ​ທີ 12; ກ່ຽວ​ກັບ​ການ​ຄ​າດ​ຄະ​ເນ ຄະ​ນະ​ປະ​ທານ, ກອງ​ເລ​ຂາ ແລະ ຄະ​ນະກວດ​ກາ​ຄຸນ​ລັກ​ສະ​ນະ​ຜູ້​ແທນ​ທົ່ວ​ປະ​ເທດຂອ​ງກອງ​ປະ​ຊຸມ​ໃຫຍ່​​ຂອງ​ພັກຄັ້ງ​ທີ 12. ຫຼັງ​ຈາກນັ້ນ, ສ​ູນ​ກາງ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ​.

ຂ່າວ/ບົດ​ອື່ນ