ກອງ​ປະ​ຊຸມສົນທະນາ Shangri-La 2022; ຟີຈີ ເນັ້ນໜັກເຖິງໄພຂົ່ມຂູ່ຈາກການປ່ຽນແປງດິນຟ້າອາກາດ

(VOVWORLD) - ວັນທີ 12 ມິຖຸນານີ້, ທ່ານ Inia Seruiratu  ລັດຖະມົນຕີກະຊວງປ້ອງກັນປະເທດຟີຈີ ກ່າວວ່າ, ໄພຂົ່ມຂູ່ໃຫຍ່ທີ່ສຸດທີ່ປະເທດພວມກຳລັງປະເຊີນໜ້າຢູ່ແມ່ນການປ່ຽນແປງສະພາບຂອງດິນຟ້າອາກາດ, ບໍ່ແມ່ນຄວາມເຄັ່ງຕຶງທາງດ້ານການເມືອງ.
ກອງ​ປະ​ຊຸມສົນທະນາ Shangri-La 2022; ຟີຈີ ເນັ້ນໜັກເຖິງໄພຂົ່ມຂູ່ຈາກການປ່ຽນແປງດິນຟ້າອາກາດ - ảnh 1ທ່ານ Inia Seruiratu ລັດຖະມົນຕີກະຊວງປ້ອງກັນປະເທດຟີຈີ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Reuters)

ກ່າວຄຳເຫັນທີ່ກອງປະຊຸມສົນທະນາ Shangri-La 2022 ທີ່ດຳເນີນຢູ່ສິງກະໂປ, ທ່ານລັດຖະມົນຕີ Inia Seruiratu  ໄດ້ສ້າງຄວາມສົນໃຈຕໍ່ໄພຂົ່ມຂູ່ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ຟີຈີ, ເກາະປາຊີຟິກທີ່ທີ່ຖືກຜົນກະທົບຈາກລົມໃຕ້ຝຸ່ນເປັນປະຈຳ. ທ່ານລັດຖະມົນຕີ Inia Seruiratu  ໃຫ້ຮູ້ວ່າຂົງເຂດປ້ອງກັນຄວາມສະຫງົບມີຄວາມກວ້າງຂວາງກວ່າທີ່ໄດ້ກຳນົດໄວ້ໃນແບບດັ້ງເດີມ, ພ້ອມດຽນກັນນັ້ນຮຽກຮ້ອງບັນດາປະເທດສະໜັບສະໜູນ ຟີຈີ ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ.

ໃນເດືອນກັນຍາ 2021, ຟີຈີ ໄດ້ຮັບຮອງເອົາກົດໝາຍສະບັບໜຶ່ງ ກ່ຽວກັບການ  ປ່ຽນແປງດິນຟ້າອາກາດຕາມນັ້ນແລ້ວກໍ່ ປະກາດພາວະສຸກເສີນກ່ຽວກັບດີນຟ້າອາກາດ ແລະ ສ້າງຂອບເຂດດ້ານນິຕິກຳເພື່ອຮັບມືເປັນລະດັບແຫ່ງຊາດຕໍ່ປະກົດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ