ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດເດັກ” ຄັ້ງທີ 1: ຊຸກຍູ້ສິດເຂົ້າຮ່ວມຂອງ ເດັກນ້ອຍ

(VOVWORLD) - ລາຍການແມ່ນໜຶ່ງໃນບັນດາເນື້ອໃນລະອຽດ ເພື່ອແນໃສ່ຊຸກຍູ້ສິດເຂົ້າຮ່ວມຂອງ ເດັກ ເຂົ້າໃນບັນດາບັນຫາຂອງເດັກນ້ອຍ. 
ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດເດັກ” ຄັ້ງທີ 1: ຊຸກຍູ້ສິດເຂົ້າຮ່ວມຂອງ ເດັກນ້ອຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສະມຸດຖານ “ສະພາແຫ່ງຊາດເດັກ” ຄັ້ງທີ 1 - ປີ 2023 

ຕອນເຊົ້າວັນທີ 10 ກັນຍາ, ທີ່ຫໍສະພາແຫ່ງຊາດ, ໄດ້ຈັດກອງປະຊຸມສົມມຸດຖານ “ສະພາແຫ່ງຊາດເດັກ” ຄັ້ງທີ 1 - ປີ 2023 ດ້ວຍການເຂົ້າຮ່ວມຂອງທ່ານປະທານສະພາ ແຫ່ງຊາດ ເວືອງດິ່ງເຫວະ ແລະ ຜູ້ແທນເຍົາວະຊົນ ດີເດັ່ນ 263 ຄົນມາຈາກ 63 ແຂວງ, ນະຄອນ.

          ລາຍການແມ່ນໜຶ່ງໃນບັນດາເນື້ອໃນລະອຽດ ເພື່ອແນໃສ່ຊຸກຍູ້ສິດເຂົ້າຮ່ວມຂອງ ເດັກ ເຂົ້າໃນບັນດາບັນຫາຂອງເດັກນ້ອຍ. ການເຄື່ອນໄຫວນີ້ຊ່ວຍໃຫ້ພວກນ້ອງເຍົາວະຊົນ ໄດ້ເຂົ້າຮ່ວມ, ຊອກຮູ້ກົງຈັກອົງການທີ່ມີສິດອຳນາດແຫ່ງລັດສູງສຸດ ນັ້ນແມ່ນສະພາແຫ່ງຊາດ, ສືບຕໍ່ ຢັ້ງຢືນຄວາມເອົາໃຈໃສ່ຂອງການນຳພັກ, ລັດ, ສະພາແຫ່ງຊາດຕໍ່ວຽກງານປົກປັກ ຮັກສາ, ເບິ່ງແຍງດູແລ, ສຶກສາອົບຮົມເດັກ.

          ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງ ຄວາມປະທັບໃຈ, ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ ຂອງພວກນ້ອງເຂົ້າຮ່ວມກອງປະຊຸມສົມມຸດຖານນີ້, ຫວັງວ່າ ໃນອະນາຄົດ, ເມື່ອພວກນ້ອງ ເຕີບໃຫຍ່, ຜ່ານການຝຶກຝົນຫໍ່ຫຼອມ, ສູ້ຊົນຈະໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ, ກາຍເປັນສະມາຊິກສະພາແຫ່ງຊາດໃນອະນາຄົດ:

          “ການສະແດງທີ່ດີເດັ່ນຂອງພວກຫຼານໃນມື້ນີ້ ໄດ້ສະແດງໃຫ້ເຫັນວ່າ ຮູບແບບກອງ ປະຊຸມສະພາແຫ່ງຊາດ ສົມມຸດຖານແມ່ນຮູບແບບທີ່ມີຄວາມໝາຍ ແລະ ມີປະສິດທິຜົນ ເພື່ອແນໃສ່ຊຸກຍູ້ການເຂົ້າຮ່ວມຂອງເດັກເຂົ້າໃນການເຄື່ອນໄຫວການເມືອງ, ສັງຄົມ ໂດຍໄວ, ປະກອບສ່ວນຮັບປະກັນສິດ ແລະ ຜົນປະໂຫຍດຂອງເດັກ, ຊີ້ທິດໃຫ້ເດັກນ້ອຍ ກາຍເປັນພົນລະເມືອງມີຄວາມຮັບຜິດຊອບ ແລະ ສາມາດກາຍເປັນບັນດາການນຳໃນ ອະນາຄົດ”./.

ຕອບກັບ

ຂ່າວ/ບົດ​ອື່ນ