ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ16ຮັບຮອງເອົາຖະແຫຼງການຮ່ວມ

ກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ16ຮັບຮອງເອົາຖະແຫຼງການຮ່ວມ - ảnh 1
ຜູ້ແທນຂອງບັນດາປະເທດ ອາຊຽນ ເຂົ້າຮ່ວມຂອງປະຊຸມ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 31/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ ອາ​ຊຽນ (ASCC) ຄັ້ງ​ທີ 16 ​​ໄດ້​ຖືກໄຂ​ຂຶ້ນ, ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ, ຫົວໜ້າ​ຄະນະ​ຮັບຜິດຊອບ ASCC ຂອງ 10 ປະ​ເທດ ອາ​ຊຽນ, ທ່ານຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ, ບັນດາ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ ASCC ​ແລະ ບັນດາ​ແຂກ​ຖືກ​ເຊ​ີນຂອງປະ​ເທດ​ເຈົ້າພາບ ລາວ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ດ່າວຮົ່ງລານ, ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ນນາຍົກລັດຖະມົນຕີລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ ASCC ​ໃນ​ປີຜ່ານມາ​ດ້ວຍ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແຜນການ​ສັງ​ລວມຮອດ​ປີ 2025 ​ແລະ ຊຸກຍູ້​ການ​ປະຕິບັດ​ບັນດາ​ບຸລິມະສິດ​ຂອງ​ປະຊາ​ຄົມ. ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ຢັ້ງຢືນ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຍ້ອນ​ບັນດາ​ໝາກຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ຈະ​ໄດ້​ລາຍ​ງານ​ຕໍ່​ບັນດາ​ການ​ນຳ ອາ​ຊຽນ ທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນຄັ້ງ​ທີ 28. ທ່ານ​ນາຍົກລັດຖະມົນຕີລາວ ກໍ່​ຕີ​ລາຄາ​ສູງ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ບັນດາ​​ເອກະສານ​ຂອງ​ປະຊາ​ຄົມ​ປີ​ນີ້ດ້ວຍ​ຈຸດ​ສຸມ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງໄພສູງ​ກ່ວ​າ​ເພິ່ນ ຈະ​ປະກອບສ່ວນ​ສ້າງ​ສັງຄົມ​ເບິ່ງ​ແຍງ​ດູ​ແລ ​ແລະ ​ແບ່ງປັນ​ຂອງ ອາ​ຊຽນ ຖືກ​ຕາມ​ຈຸດໝາຍ​ຂອງ​​ແຜນການ​ສັງ​ລວມຂ​ອງປະຊາ​ຄົມ​ໄດ້​ວາງ​ອອກ.

ໃນການ​ດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາ​ໜຶ່ງ​ວັນ, ບັນດາ​ຜ້​ູ້​ແທນ​ໄດ້​ພ້ອມ​ກັນ​ພິຈາລະນາ​ບັນດາ​ເອກະສານ, ຖະ​ແຫຼງການ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ຮັບຮອງ​ເອົາ. ​ກອງ​ປະຊຸມ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ຮັບຮອງ​ເອົາ​ ເອກະສານ​ບາງສະບັບ​ເພື່ອ​ບັນດາ​ການ​ນຳ ອາ​ຊຽນ ຮັບຮອງ ​ແລະ ພິຈາລະນາ​ຄື: ຖະ​ແຫຼ​ງການ Bandar Seri Begawan ກ່ຽວ​ກັບ​ວັດທະນະທຳ ​ແລະ ສິລະ​ປະ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ເປັນ​ເອກະລັກ ອາ​ຊຽນມຸ່ງ​ໄປ​ເຖິງ​ປະຊາ​ຄົມ ອາ​ຊຽນ ຂະຫຍັນ​ຂັນ​ເຄື່ອນ ​ແລະ ກົມ​ກຽວ, ວິວັດທະນາ​ການ​ຮ່ວມ​ມື ອາ​ຊຽນມຸ່ງ​ໄປ​ເຖິງ​ການ​ຄວບ​ຄຸມ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຂ້າມ​ຊາຍ​​ແດນ​ດ້ວຍ​ມາດ​ຕະການ​ປະຕິບັດ…



ຂ່າວ/ບົດ​ອື່ນ