ກອງ​ປະ​ຊຸມ​ສະ​ພາ​​ປະ​ເມີນ​ການວາງ​ແຜນ​ຜັງ​​ສັງ​ລວມ​ກ່ຽວ​ກັບ​ການຂຸດ​ຄົ້ນ, ນຳ​ໃຊ້​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ເຂດ​ຝັ່ງ​ທະ​ເລ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030

(VOVWORLD) - ກອງປະຊຸມສະພາປະເມີນການວາງແຜນຜັງສັງລວມ ກ່ຽວກັບການຂຸດຄົ້ນ, ນຳໃຊ້ແຫຼ່ງຊັບພະຍາກອນຢູ່ເຂດຝັ່ງທະເລ ໄລຍະ 2021 – 2030, ວິໄສທັດຮອດປີ 2045 ໄດ້ດຳເນີນໃນຕອນບ່າຍວັນທີ 4 ສິງຫາ ຢູ່ສຳນັກງານລັດຖະບານ.
ກອງ​ປະ​ຊຸມ​ສະ​ພາ​​ປະ​ເມີນ​ການວາງ​ແຜນ​ຜັງ​​ສັງ​ລວມ​ກ່ຽວ​ກັບ​ການຂຸດ​ຄົ້ນ, ນຳ​ໃຊ້​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ເຂດ​ຝັ່ງ​ທະ​ເລ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030 - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

“ການວາງແຜນຜັງຕ້ອງອີງໃສ່ສະພາບແວດລ້ອມ ແລະ ລະບົບຊີວະພາບ, ແກ້ໄຂໄດ້ບັນຫາພັດທະນາຂອງເຂດຝັ່ງທະເລ, ເລືອກເອົາທິດທາງພັດທະນາເສດຖະກິດດີທີ່ສຸດ”. ນີ້ແມ່ນຄຳເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຢູ່ກອງປະຊຸມສະພາປະເມີນການວາງແຜນຜັງສັງລວມ ກ່ຽວກັບການຂຸດຄົ້ນ, ນຳໃຊ້ແຫຼ່ງຊັບພະຍາກອນຢູ່ເຂດຝັ່ງທະເລ ໄລຍະ 2021 – 2030, ວິໄສທັດຮອດປີ 2045 ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 4 ສິງຫາ ຢູ່ສຳນັກງານລັດຖະບານ.

        ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ສ້າງແຜນຜັງດ້ວຍກົນໄກ, ເຄື່ອງມືຄົບຊຸດເພື່ອຄຸ້ມຄອງ, ບໍລິຫານ, ຂຸດຄົ້ນ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດຢູ່ແຄມຝັ່ງທະເລ. ດັ່ງນັ້ນ, ທ່ານຮຽກຮ້ອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮັບເອົາບັນດາຄຳເຫັນທີ່ກອງປະຊຸມ.

        ຕາມບົດລາຍງານຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລ້ວ, ແຜນຜັງດັ່ງກ່າວວາງເປົ້າໝາຍຄຸ້ມຄອງ ແລະ ຂຸດຄົ້ນ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດເຂດຝັ່ງທະເລຢ່າງມີປະສິດທິຜົນ, ປະກອບສ່ວນນຳ ຫວຽດນາມ ກາຍເປັນປະເທດທີ່ມີຄວາມເຂັ້ມແຂງກ່ຽວກັບທະເລ, ຮັ່ງມີຈາກທະເລ ແລະ ພັດທະນາແບບຍືນຍົງ, ຮັບປະກັນການດຳລົງຊີວິດ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຄົມຊາວປະມົງຢູ່ແຄມທະເລ, ຕິດພັນກັບການອະນຸລັກຮັກສາ ແລະ ພັດທະນາຄຸນຄ່າທຳມະຊາດ, ວັດທະນະທຳ; ເປັນເຈົ້າການໃນການປ້ອງກັນ, ຕ້ານໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ