ກອງປະຊຸມສະຫຼຸບ ສົກຮຽນ 2013 – 2014 ຂອງນັກສຶກສາລາວ ທີ່ ສສ.ຫວຽດນາມ

ກອງປະຊຸມສະຫຼຸບ ສົກຮຽນ 2013 – 2014 ຂອງນັກສຶກສາລາວ ທີ່ ສສ.ຫວຽດນາມ - ảnh 1
(ທ່ານ ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ
​ມອບ​ໃບ​ຢັ້ງຢືນ​ໃຫ້​ບັນດາ​ນັກ​ສຶກສາລາ​ວ ພວມ​ຮໍ່າຮຽນ​ຢູ່ຫວຽດນາມ)


(vovworld) – ຕອນ​ເຊົ້າ​ວັນ​ທີ 24/12, ຢູ່​ຮ່າ​ໂນ້ຍ. ສະຖານທູ​ດລາວ ປະຈຳ​ຫວຽດນາມ, ​ໄດ້​ຈັດກອງ​ປະຊຸມ​ສະຫຼຸບ​ສົກຮຽນ 2013 – 2014 ຂອງ​ນັກ​ສຶກສາລາ​ວ ທີ່ ສສ.ຫວຽດນາມ, ​ເພື່ອ​​​ແນ​ໃສ່​ຕີ​ລາຄາ​ສະພາບ​ການ​ຮໍ່າຮຽນ​ໃນ​ສົກຮຽນ 2013 – 2014 ຂອງ​ບັນດາ​ນັກ​ສຶກສາລາ​ວ ທີ່​ພວມ​ຮໍ່າຮຽນ​ຢູ່​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ, ວ​ິ​ທະ​ຍາ​ໄລ ຢູ່​ຫວຽດນາມ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປລາວ ປະຈຳ​ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາທິການ ​ແລະ ກິລາ​ລາວ ກອງ​ສີ ​ແສງ​ມະ​ນີ, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ແລະ ນັກ​ສຶກສາລາ​ວທີ່​ພວມ​ຮໍ່າຮຽນຢູ່​ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ​ເລື່ອງ​ຫວຽດນາມ ​ໃຫ້​ບຸລິມະສິດ​​ແກ່​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ລາວ, ​ໃນ​​ໄລຍະ 2 ປະ​ເທດ​ພວມ​ດຳ​ເນີນ​ວິວັດ​ການ​ປ່ຽນ​ໃໝ່ - ​ເຊື່ອມ​​ໂຍ​ງ​​ເຂົ້າ​ກັບ​ເສດຖະກິດສາກົນ, ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.


(ທ່ານ ເອກ​ອັກຄະ​ລັດຖະທູດ ສົມ​ພອນ ສີ​ຈະ​ເລີ​ນ)

    ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະຖານທູ​ດລາວ​ປະຈຳ​ຫວຽດນາມ ກໍ່​ໄດ້​ມອບ​ໃບ​ຢັ້ງຢືນ​ໃຫ້​ບັນດາ​ນັກ​ສຶກສາລາ​ວ ພວມ​ຮໍ່າຮຽນ​ຢູ່​ບັນດາ​ໂຮງຮຽນ​ຂອງ​ຫວຽດນາມ ທີ່​ບັນລຸ​ໄດ້ຜົນ​ງານ​ດີ​ໃນ​ການ​ຮໍ່າຮຽນອີກ​ດ້ວຍ.

ຂ່າວ/ບົດ​ອື່ນ