ກອງປະຊຸມສະຫຼຸບວຽກງານປີ 2011 ແລະ ຜັນຂະຫຍາຍໜ້າທີ່ປີ 2012 ຂອງ ຫ້ອງວ່າການລັດຖະບານ

ກອງປະຊຸມສະຫຼຸບວຽກງານປີ 2011 ແລະ ຜັນຂະຫຍາຍໜ້າທີ່ປີ 2012 ຂອງ ຫ້ອງວ່າການລັດຖະບານ - ảnh 1
( ພາບ: http://nguyentandung.org )

ຕອນ​ເຊົ້າ​ວັນ​ທີ 13 ມັງກອນ, ຢູ່ ຮ່າ​ໂນ້ຍ, ຫ້ອງ​ວ່າການ​ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2011 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2012. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຊີ້​ແຈງ 5 ໜ້າ​ທີ່​ຈຸດ​ສຸມ​ສຳລັບ​ຫ້ອງ​ວ່າການ​ລັດຖະບານ. ​ໃນ​ນັ້ນ ທ່ານ​ນາຍົກລັດຖະມົນຕີ​ໄດ້​ຮຽກ​ຮ້ອງ​ໃຫ້​ຫ້ອງ​ວ່າການ​ລັດຖະບານ​ເປັນ​ເສນາ​ທິການ, ລວບ​ລວມຄຳ​ເຫັນ​ໃນ​ການ​ຜັນ​ຂະຫຍາຍ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ 5 ປີ​ທີ່​ຈະ​ມາ​ເຖິງ, ກໍ່ສ້າງ ​ແລະ ຄວບ​ຄຸມ​ໂຄງການ​ປະຕິບັດ​ງານ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ, ບັນດາ​ຮອງ​ນາຍົກລັດຖະມົນຕີ ​ແລະ ກະຊວງ, ຂະ​ແໜງ​ການ​ຕ່າງໆ, ຍົດ​ສູງ​ຄຸນ​ນະພາ​ບ, ລະດັບ​ຄວາມ​ໄວ​ໃນ​ການກໍ່ສ້າງບັນດາ​ແຜນ​ຮ່າງ​​ຍື່ນ​ສະ​ເໜີ​ຕໍ່​ສູນ​ກາງ, ບັນດາ​​​ຮ່າງ​ກົດໝາຍ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ແລະ ດຳລັດ​ທີ່ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ, ​ເປັນ​ເສນາ​ທິການ​ລວບ​ລວມ​ເພື່ອຍື່ນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ, ບັນດາ​ຮອງນາຍົກ​ລັດຖະມົນຕີ​ແກ້​ໄຂວຽ​ກງານ​ປະຈຳ​ວັນ​ຢ່າງ​ວ່ອງ​ໄວ ​ແລະ ຊັດ​ເຈນ. ຫ້ອງ​ວ່າການ​ລັດຖະບານ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ຊຸກຍູ້​ການ​ປະຕິບັດ​​ມະຕິ​ຕ່າງໆ, ບັນດາ​​ເອກະສານຊີ້​ນຳ, ນຳພາ​ຂອງ​ລັດຖະບານ, ນາຍົກລັດຖະມົນຕີ. ທ່ານ​ນາຍົກລັດຖະມົນຕີ​ໄດ້ຊີ້ນຳ​​ໃຫ້ຫ້ອງ​ວ່າການ​ລັດຖະບານ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ດີ, ກຳນົດ​ທິດຫາງ​ສຽງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ມີ​ຄວາມ​ສະດຸ​ງ​ໄວເປັນ​ເຈົ້າ​ການ​ກຳ​​ແໜ້ນ ​ແລະ ​ແກ້​ໄຂ​ຂໍ້​ມູນ​ຂ່າວກ່ຽວ​ກັບ​ບັນດາ​ບັນຫາ​ທີ່​​ພົ້ນ​ເດັນ​ໃນ​ສັງຄົມ​ເພື່ອສະ​ເໜີ​ວິທີ​ການ​​ແກ້​ໄຂ​ຢ່າງ​ທັນ​ການ.


ຂ່າວ/ບົດ​ອື່ນ