ກອງປະຊຸມສະຫລຸບ 5 ປີ ແຫ່ງການປະຕິບັດກົດໝາຍປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ

ກອງປະຊຸມສະຫລຸບ 5 ປີ ແຫ່ງການປະຕິບັດກົດໝາຍປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ - ảnh 1
ກອງ​ປະຊຸ​ມສະຫລຸບ 5 ປີ ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ
ພາບ:internet

(vovworld) - ກອງ​ປະຊຸ​ມສະຫລຸບ 5 ປີ ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ (2007 - 2012) ​ແລະ ​ຝືກອົບຮົມ​ຄຳ​ສັ່ງ​ແນະນຳ​ກ່ຽວ​ກັບ​ການ​ປະຕິບັດ​ຂໍ້​ກຳນົດ​ລະອຽດ ​ແລະ ​ແນະນຳ​ສິດ​ອຳນາດ​ເນື້ອ​ໃນ​ກວດກາ, ຄວາມ​ຮັບຜິດຊອບ​ການ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໂດຍ​ອົງການ​ກວດກາ​ລັດຖະບານ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/9 ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຖື​ວ່າ: ຜ່ານ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວ​ງໄດ້​ສ້າງ​ພື້ນ​ຖານ​ທາງ​ດ້ານ​ກົດໝາຍ​ທີ່​ສຳຄັນ​ໃຫ້​ແກ່​ການ​ຍູ້​ແຮງ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ​ເທື່ອລະ​ກ້າວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ບໍ່​ທັນ​ບັນລຸ​ຈຸດໝາຍ​ທີ່ວາງ​ອອກ. ສະ​ນັ້ນ ​ເພື່ອ​ຍົກ​ສູງ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຜູ້​ແທນ​ຖື​ວ່າ ຄວນ​ຜັນ​ຂະຫຍາຍ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ຄົບ​ຊຸດ, ກວດກາ​ການ​ປະຕິບັດ​ເປັນ​ປະຈຳ.

ຂ່າວ/ບົດ​ອື່ນ