ກອງປະຊຸມສະຫລຸບ ວຽກງານການຕ່າງປະ ເທດ ປຊຊ ຂອງ ຄະນະ ພົວພັນຕ່າງປະເທດ ສູນກາງພັກ

ກອງປະຊຸມສະຫລຸບ ວຽກງານການຕ່າງປະ ເທດ ປຊຊ ຂອງ ຄະນະ ພົວພັນຕ່າງປະເທດ ສູນກາງພັກ - ảnh 1
ທ່ານ ​ເລ​ຮົ່ງ​ແອນ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ ເຂົ້າຮ່ວມກອງປະຊຸມ
(ພາບ: cpv.org.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 23/2 ຢູ່ ຮ່າ​ໂນ້ຍ, ຄະນະ​ພົວພັນ​​ຕ່າງປະ​ເທດ ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ການ​ຕ່າງປະ​ເທດ ປຊຊ ປີ 2011 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່ ປີ 2012. ​​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ທ່ານ ​ເລ​ຮົ່ງ​ແອນ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ, ທ່ານ ຮ່ວາງ​ບີ່​ນກວນ ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ແລະ ຜູ້ຕາງຫນ້າ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ ປຊຊ.

        ​ໃນ ປີ 2011, ວຽກ​ງານ​ການ​ຕ່າງປະ​ເທດ ປຊຊ ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫລາຍ​ຢ່າງ, ປະກອບສ່ວນ​ຢ່າງ​ແທດ​ຈິງ​​ເຂົ້າ​ໃນການ​ປັບປຸງຄວາມ​ສາມັກຄີ, ມິດຕະພາບ​ກັບ ປຊຊ ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ, ​ເພີ່ມ​ທະວີ​ການ​ພົວພັນກັບ ປຊຊ, ກຳລັງ​ທີ່​ກ້າວຫນ້າ​ຢູ່​ບັນດາ​ປະຊາ​ຊາ​ໃນ​ໂລກ, ບັນດາ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ຂົນຂວາຍ ​ແລະ ຍາດ​ແຍ່ງ​ກຳລັງ​ແຮງ​ທາງ​ດ້ານ​ວັດ​ຖຸ, ການ​ສະຫນັບສະຫນູນ​ທາງ​ດ້ານ​ຈິດ​ໃຈ​ຈາກ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ສາກົນ, ປະກອບສ່ວນ​ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ປົກ​ປ້ອງ​ສິດຜົນ         ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ.

        ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸ​ມ, ທ່ານ​ເລ​ຮ່ົງ​ແອນ ກຳມະການ​ກົມ​ກາ​ນ​ເມືອງ ປະຈຳ​ຄະນະ​ເລຂາ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ໃນ​ໄລຍະ​ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ສະ​ເຫ​ນີ ຄວນ​ມີ​ຄວາມ​ຮັບ​ຮູ້​ຢ່າງຄົບ​ຖ້ວນ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ສຳຄັນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ປຊຊ ​ໃນ​ສະພາບ​ການ​ໃຫມ່. ບັນດາ​ການ​ຜັນ​ແປ​ສະພາບ​ການ​ຂອງ​ໂລກ ​ແລະ ພາຍ​ໃນ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ຍິ່ງ​ຢືນຢັນ​ລັກສະນະ​ຖືກຕ້ອງ​ກ່ຽວ​ກັບທັດສະນະ, ຄວາມ​ຮັບ​ຮູ້​ຂອງ​ພັກ​ກ່ຽວ​ກັບ​ບົດບາດ​ອັນ​ໃຫຍ່​ຫລວງ​ຂອງ​ໝູ່​ມະຫາຊົນ​ໃນ​ຊີວິດ​ທາງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດຕ່າງໆ ​ແລະ ສາກົນ. ຄວນ​ສຶກສາ​ຂົນຂວາຍ ​ແລະ ຈັດ​ຕັ້ງ​​ເພື່ອໃຫ້​ປະຊາຊົນ ​ເຂົ້າ​ຮ່ວມ​ວິວັດ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ, ກໍ່ສ້າງ ​ແລະ ພັດທະນາ​ກຳລັງ​ການ​ຕ່າງປະ​ເທດ ປຊຊ, ຜັນ​ຂະຫຍາຍ​ບັນດາ​ການ​ພົວພັນ ​ແລະ ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ ປຊຊ ​ເປັນ​ຢ່າງ​ດີ ນັ້ນ​ແມ່ນ​ຫນ້າ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃຫມ່.”

ຂ່າວ/ບົດ​ອື່ນ