ກອງປະຊຸມສະຫລຸບຂອງຂະແໜງກໍ່ສ້າງປີ2013

ກອງປະຊຸມສະຫລຸບຂອງຂະແໜງກໍ່ສ້າງປີ2013 - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຂົ້າຮ່ວມກອງປະຊຸມ
(ພາບປະກອບ)


(vovworld) – ຕອນ​ເຊົ້າ​ວັນ​ທີ 7/1, ກະຊວງ​ກໍ່ສ້າງ ຫວຽດນາມ ​ຈັດ​ຕັ້ງກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າວ​ອິນ​ເຕີ​ເນັດ​ກັບ​ບັນດາ​ແຂວງ, ນະຄອນ​​ເພື່ອສະຫລຸບ​ວຽກ​ງານ​ປີ 2013 ​ແລະ ປຶກສາ​ຫາລືບັນດາ​ມາ​ດຕະການ​ຜັນ​ຂະຫຍາຍ​ແຜນການ​ປີ 2014, ທ່ານ​ຮອງ​ນາຍົກລັດຖະ​ມົນຕີ ຮ່ວາງ​ຈູງ​ຫາຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່ ຮ່າ​ໂຮ້ຍ. ຕາມ​ບົດ​ລາຍ​ງານ​ຂອງ​ກະຊວງ​ກໍ່ສ້າງ, ປີ 2013, ບັນດາ​ຄາດໝາຍ​ພັດທະນາ​​ເສດຖະກິດ - ສັງຄົມ​ຕົ້ນ​ຕໍ່​ຂອງ​ຂະ​ແໜງ​​ໄດ້ຮັກສາ​ລະດັບ​​ເຕີບ​ໂຕ, ວຽກ​ງານ​, ສ້າງ​​ລະບົບ​ລະບອບ​ຄຸ້ມ​ຄອງ​ແຫ່ງ​ລັດສຳ​ເລັດ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ປະຕິບັດ ​ແລະ ມີ​ລັກສະນະ​ບຸກທະລຸ, ການຄຸ້ມ​ຄອງ​ການ​ລົງທຶນ​ກໍ່ສ້າງ​ໄດ້​ຮັບ​ການ​ເພີ່​ມທະວີ, ກາ​ນສ້າງ​ແຜນກຳນົດກໍ່ສ້າງ ​ແລະ ປະຕິ​ບັດ​​ແຜນ​ກຳນົດມີ​ການ​ປ່ຽນ​​ໃໝ່​ຫຼາຍ​ຢ່າງ, ວຽກ​ງານ​ພັດທະນາ​ເຮືອ​ນຢູ່​ໄດ້​ຮັບ​ການ​ຍຸ້​ແຮງ, ຕະຫຼາດ​ອະສັງ​ຫະລິ​ມະ​ຊັບ​ມີ​ຫຼາຍ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ພິ​ເສດ​ແມ່ນ​​ໃນຊຸມ​ເດືອນ​ທ້າຍ​ປີ 2013.​.​.​ ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ແລກປ່ຽນ ​ແລະ ຍົກ​ອອກຂໍ້​ສະ​ເໜີ, ມາດ​ຕະການ​ເພື່ອ​ໃຫ້​ຂະ​ແໜງ​ກໍ່ສ້າງປະຕິບັດ​ບັນດາ​ໜ້າ​ທີ່​ໃນ​ປີ 2014 ​ເປັນ​ຢ່າງ​ດີກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ