ກອງປະຊຸມສະຫລຸບຂະບວນ ການແຂ່ງຂັນຮັກຊາດ ຂອງຊາວຄຼິດປີ 2014


ກອງປະຊຸມສະຫລຸບຂະບວນ ການແຂ່ງຂັນຮັກຊາດ ຂອງຊາວຄຼິດປີ 2014 - ảnh 1

(ພາບ: TA)

(vovworld)- ​ ທີ່​ກອງ​ປະ​ຊຸມສະຫລຸບ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ຊາວ​ຄຼິດປີ 2014 ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 17/12 ຢູ່​ຮ່າ​ໂນ້ຍ, ບັນດາ​ບົດ​ປະກອບ​ຄຳ​ເຫັນ​ໄດ້​ຍົກ​ອອກ​​ການ​ຫັນປ່ຽນ​ທີ່​ຕັ້ງໜ້າ​ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ຊາວ​ຄຼິດ​ໃນ​ປີ 2014. ຕາມ​ນັ້ນ​ແລ້ວ, ບັນດາ​ຮູບ​ແບບ​ໃໝ່, ວິທີ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ​ເປັນ​ແບບຢ່າງ​ໄດ້​ປະກົດ​ມີ​ຢູ່​ທົ່ວ​ທຸກ​ທ້ອງ​ຖິ່ນ. ຍ້ອນ​ເຫດ​ນັ້ນ, ​ເຂດ​ຊຸມ​ຊົນ​ຊາວ​ຄຼິດຫຼາຍ​ແຫ່ງ​ໄດ້​ກາຍ​ເປັນ​ເຂດ​ຊຸມ​ຊົນ​ແບບຢ່າ​ງດີ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ, ລົບລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ. ​ໃນ​ປີ 2014, ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດ ​ໄດ້​ເປີດ​ກ້ວາງ​ຢູ່ 40 ທ້ອງ​ຖິ່ນ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ, ຄະນະ​ກຳມະການ​ສາມັກຄີ​ຊາວ​ຄຼິດຫວຽດນາມ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ສາກົນຫຼາຍ​ຄະນະ…​ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ, ທ່ານ​ເລ​ບາ​ຈິ່ງ ຮອງ​ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຊາວ​ຄຼິດ​ໃນ​ທົ່ວ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງ​ຄົມ. ​ໃນ​ໂອກາດ​ວັນ​ບຸນ ຄຼິດສະມາດ​ປີ 2014, ທ່ານ​ເລ​ບາ​ຈິ່ງ ​ໄດ້​ຝາກ​ຄຳ​ອວຍພອນຢູ່​ເຢັນ​ເປັນ​ສຸກ​ມາ​ຍັງ​ຊາວ​ຄຼິດ​ໃນ​ທົ່ວ​ປະ​ເທດ./.

ຂ່າວ/ບົດ​ອື່ນ