ກອງປະຊຸມສະຫລຸບບັນດາເຈົ້າໜ້າທີ່ຂັ້ນສູງເລີ່ມຕົ້ນສັບປະດາຂັ້ນສູງAPEC2016

ກອງປະຊຸມສະຫລຸບບັນດາເຈົ້າໜ້າທີ່ຂັ້ນສູງເລີ່ມຕົ້ນສັບປະດາຂັ້ນສູງAPEC2016 - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ຜູ້​ປະຈຳ​ກະຊວງ​ການ​
ຕ່າງປະ​ເທດ ບູຍ​ແທງ​ເຊີນ  ​ເຂົ້າ​ຮ່ວມ​ກອງ​ປະຊຸມ

(vovworld) – ​ ​​ໃນ​ລະຫວ່າງວັນ​ທີ 14  - 15/11 ຢູ່​ສູນ​ກອງ​ປະຊຸມ​ຂອງ​ນະຄອນຫລວງ Lima, ປະ​ເທດ ​ເປຣູ, ​ໄດ້ດຳ​ເນີນ​ກອງປະຊຸມ​ສະຫລຸບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC). ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເລີ່​ມຕົ້ນທີ່​ນອນ​ໃນ​ບັນດາ​ເຫດການ​ສຳຄັນ​ທີ່​ເລີ່​ມຕົ້ນ​ໃຫ້​ສັບປະ​ດາ​ຂັ້ນ​ສູງ APEC ຄັ້ງ​ທີ 24 ​ເຊິ່ງດຳ​ເນີນ​ແຕ່​ວັນ​ທີ 14 – 20/11/2016. ທ່ານ​ຮອງ​ລັດຖະມົນຕີ​ຜູ້​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ ບູຍ​ແທງ​ເຊີນ ຮອງ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ APEC 2017 ທັງ​ເປັນ​ປະທານຕະນະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC 2017 ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດ​ນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ ບູຍ​ແທງ​ເຊີນ​ ຢືນຢັນ​ວ່າ: ພ້ອມ​ກັບ​ວິວັດ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງຂອງ​ປະ​ເທດ​ຊາດ, ຫວຽດນາມ ຈະ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ນັບ​ມື້​ນັບ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ຮ່ວມ​ມື APEC. ​ເນັ້ນ​ໜັກ​ວ່າ ປີ APEC 2017 ຈະ​ແມ່ນ​ຈຸດ​ສຸມ​ຂອງການພົວພັນ​ຕ່າງປະ​ເທດ​ຂອງ ຫວຽດ​ນາມ, ທ່ານ ບູຍ​ແທງ​ເຊີນ ​ແຈ້ງ​ໃຫ້​ຊາບວ່າ ຫວຽດນາມ ​ໄດ້​ກຽມພ້ອມ​​ໃຫ້​ປີ APEC 2017. ບັນດາ​ສະມາຊິກ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ ​ແລະ ການກະກຽມຢ່າງລອບ​ຄອບຖີ່​ຖ້ວນ ​ຂອງ ຫວຽດນາມ ​ແລະ ຢືນຢັນ​ວ່າ ຈະສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ໃຫ້​ປີ 2017 ​ແມ່ນ​ຂີດ​ໝາຍ​ໃໝ່​ຂອງ​ການ​ຮ່ວມ​ມື APEC.

ຂ່າວ/ບົດ​ອື່ນ