ກອງປະຊຸມສະຫລຸບວຽກງານໂຄສະນາສຶກສາປີ2016

ກອງປະຊຸມສະຫລຸບວຽກງານໂຄສະນາສຶກສາປີ2016 - ảnh 1
ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາ ຍ້ອງຍໍ​ບັນດາ​ຜົນງານ​
ຊຶ່ງ​ຂະ​ແໜງ​ໂຄສະນາ​ສຶກສາ​ບັນລຸ​ໄດ້​ໃນ​ປີ 2016

(vovworld) - ​ໃນ​ປີ 2017, ຂະ​​ແໜງ​ໂຄສະນາ​ສຶກສາ​ຄວນ​ເພີ່ມ​ທະວີ​ການ​ຊີ້​ນຳ​ຄຸ້ມ​ຄອງ​ສື່​ມວນ​ຊົນ, ພິທຈຳໜ່າຍ, ກຳ​ນົດຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ, ອົງການຄຸ້ມ​ຄອງ​ໃນ​ວຽກ​ງານຕໍ່ສູ້​ປ້ອງ​ກັນ​ຕ້ານການ​ເສື່ອ​ມ​ທາ​ຂາດ​ຕຸ​ນ “ຜັນ​ແປ​ເອງ”, “ຫັນປ່ຽນ​ເອງ” ພາຍ​ໃນ​ອົງການ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາ ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫລຸບ​ວຽກ​ງານ​ໂຄສະນາ​ສຶກສາ​ປີ 2016 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2017.

        ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາ ຍ້ອງຍໍ​ບັນດາ​ຜົນງານ​ ຊຶ່ງ​ຂະ​ແໜງ​ໂຄສະນາ​ສຶກສາ​ບັນລຸ​ໄດ້​ໃນ​ປີ 2016, ພ້ອມ​ທັງ​​ເນັ້ນ​ໜັກ​ວ່າ: ໜ້າ​ທີ່​ຂອງ​ຂະ​ແໜງ​ການ​ໃນ​ປີ 2017 ​ແມ່ນ​ສຳຄັນ​ ​ແລະ ໜັກ​ໜ່ວງ​ທີ່​ສຸດ, ຮຽກ​ຮ້ອງຂະ​ແໜງ​ໂຄສະນາ​ສຶກສາ​ຕ້ອງ​ຄາດ​ຄະ​ເນ​ສະພາບ​ການ​ໃຫ້​ຖືກຕ້ອງ ​ແລະ ​ໃກ້ຊິດຕິດ​ກັບ​ໜ້າ​ທີ່​ດ້ານ​ການ​ເມືອ​ງຂອງ​ປະ​ເທດ​ຊາດ​ຢ່າງ​ຖືກຕ້ອງ. ທ່ານ ດິງ​ເທ໋ຮີ​ງ ຜູ້​ປະຈຳ​ຄະນະ​ເລຂາ ສະ​ເໜີ​ວ່າ:

        “ຂະ​​ແໜງ​ໂຄສະນາ​ສຶກສາ​ຄວນ​ເພີ່ມ​ທະວີ​ການ​ຊີ້​ນຳ​ຄຸ້ມ​ຄອງ​ສື່​ມວນ​ຊົນ - ພິມ​ຈຳໜ່າຍ, ​ເສີມ​ຂະຫຍາຍ​ບົດບາດກຳ​ນົດຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ, ອົງການຄຸ້ມ​ຄອງ​ໃນ​ວຽກ​ງານຕໍ່ສູ້​ປ້ອງ​ກັນ​ຕ້ານການ​ເສື່ອ​ມທາດ​ຂາດ​ຄຸນ “ຜັນ​ແປ​ເອງ”, “ຫັນປ່ຽນ​ເອງ” ພາຍ​ໃນ​ອົງການ. ​ເປັນ​ເຈົ້າ​ການ​ສະ​ໜອງ​ຂໍ້​ມູນ​ຂ່າວ​ເປັນ​ປະ​ຈຳ, ​ໂຄສະນາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດ​ໝາຍ​ຂອງ​ລັດ, ບັນດາ​ຜົນງານ​ປ່ຽນ​ໃໝ່, ບັນດາ​ປັດ​ໃຈ​ໃໝ່.

 


ຂ່າວ/ບົດ​ອື່ນ