ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄຂຂຶ້ນໃນວັນທີ 23 ຕຸລາ

(VOVWORLD) -ຕອນບ່າຍວັນທີ 20 ຕຸລາ ຢູ່ ຫໍສະພາແຫ່ງຊາດ, ທ່ານ ຫງວຽນແຫ້ງຟຸກ, ເລຂາທິການສະພາແຫ່ງຊາດ, ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ໄດ້ເປັນປະທານການປະຊຸມຂ່າວກ່ຽວກັບກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຊື່ງຄາດວ່າຈະໄຂຂຶ້ນໃນວັນທີ 23 ຕຸລາ. 


ທີ່ກອງປະຊຸມເທື່ອນີ້, ສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 6 ສະບັບ ແລະ ໃຫ້ຄຳເຫັນໃສ່ ຮ່າງກົດໝາຍອື່ນ 9 ສະບັບ. ທ່ານ ຫງວຽນແຫ້ງຟຸກ ໃຫ້ຮູ້ວ່າ: ຈຸດໃຫມ່ທີ່ກອງປະຊຸມເທື່ອນີ້ ແມ່ນ ເພີ່ມເວລາຊັກຖາມ ແລະ ສະຫງວນເວລາ 10 ມື້ ໃນຍອດຈຳນວນ 26 ມື້ ເພື່ອອອກອາກາດສົດບັນດາວາລະປຶກສາຫາລື ຜ່ານທາງວິທະຍຸ, ໂທລະພາບ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຕິດຕາມ.

ກອງປະຊຸມເທື່ອນີ້ ແມ່ນກອງປະຊຸມເທື່ອສຸດທ້າຍຂອງປີ, ສະພາແຫ່ງຊາດ ຈະສະຫງວນເວລາສ່ວນຫລາຍເພື່ອປຶກສາຫາລື ບົດລາຍງານເສດຖະກິດສັງຄົມ, ງົບປະມານແຫ່ງລັດປີ 2017 ແລະ ຕັດສິນແຜນການພັດທະນາເສດຖະກິດສັງຄົມ, ງົບປະມານແຫ່ງລັດປີ 2018.


ຕອບກັບ

ຂ່າວ/ບົດ​ອື່ນ