ກອງປະຊຸມສະໄໝສາມັນຄັ້ງທີ 37 ຂອງຄະນະປະຈໍາສະພາແຫ່ງຊາດ ສືບຕໍ່ເຮັດວຽກ

(VOVWORLD) - ຕອນບ່າຍວັນທີ 14 ກັນຍາ, ໃນກອງປະຊຸມຄັ້ງທີ 37, ຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ. 
ກອງປະຊຸມສະໄໝສາມັນຄັ້ງທີ 37 ຂອງຄະນະປະຈໍາສະພາແຫ່ງຊາດ ສືບຕໍ່ເຮັດວຽກ - ảnh 1 ກອງປະຊຸມສະໄໝສາມັນຄັ້ງທີ 37 ຂອງຄະນະປະຈໍາສະພາແຫ່ງຊາດ ສືບຕໍ່ເຮັດວຽກ (ພາບ: quochoi.vn)

 ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບການປັບປຸງ, ເພີ່ມເຕີມ 11 ມາດຕາໃນຈໍານວນ 102 ມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດສະບັບພວມນໍາໃຊ້ໃນປັດຈຸບັນ. ເລື່ອງປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍສະບັບດັ່ງກ່າວ ແມ່ນເພື່ອແນໃສ່ຫັນມະຕິເປັນລະບອບລະບຽບການຄືມະຕິເລກທີ 18 - ມຕ/ສກ ລົງວັນທີ 25/10/2018 ຂອງຄະນະບໍລິຫານງານສູນກາງພັກ (ຊຸດທີ 12) ວ່າດ້ວຍບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງລະບົບການເມືອງໃຫ້ກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມະຕິ ເລກທີ 56/2017/ສພ 14 ລົງວັນທີ 24 ພະຈິກ 2017 ຂອງສະພາແຫ່ງຊາດວ່າດ້ວຍການສືບຕໍ່ປະຕິຮູບກົງຈັກບໍລິຫານລັດຢ່າງກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ບັນດາບັນຫາກ່ຽວຂ້ອງລວມມີ ການເພີ່ມຈໍານວນສະມາຊິກສະພາແຫ່ງຊາດສະເພາະກິດ, ຫຼຸດຜ່ອນຈໍານວນສະມາຊິກສະພາແຫ່ງຊາດຄວບຕໍາແໜ່ງຢູ່ບັນດາອົງການປະຕິບັດກົດໝາຍລົງໃຫ້ເໝາະສົມ; ກໍານົດຈໍານວນດ້ວຍອັດຕາທີ່ເໝາະສົມ ລະຫວ່າງ ການນໍາ, ກໍາມະການຜູ້ປະຈໍາການ, ກໍາມະການສະເພາະກິດຂອງສະພາຊົນເຜົ່າ, ກໍາມາທິການຂອງສະພາແຫ່ງຊາດ ຕາມທິດຫຼຸດຜ່ອນຈໍານວນຂັ້ນຮອງ ແລະ ກໍາມະການຜູ້ປະຈໍາການ; ສັບຊ້ອນ, ສ້າງໂຄງປະກອບການຈັດຕັ້ງພາຍໃນຂອງຫ້ອງວ່າການສະພາແຫ່ງຊາດຄືນໃໝ່ຕາມທິດກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ