ກອງປະຊຸມສະໄໝສາມັນປະຈຳເດືອນ 1 ຂອງລັດຖະບານ

ກອງປະຊຸມສະໄໝສາມັນປະຈຳເດືອນ 1 ຂອງລັດຖະບານ - ảnh 1
ກອງ​ປະຊຸມ​​ລັດຖະບານປະຈຳ​ເດືອນ 1/2013
(ພາບ: VGP/Nhật Bắc)

(vovworld) - ວັນ​ທີ 29/1, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ເປັນ​ປະທານ​ກອງ​ປະຊຸມ​​ປະຈຳ​ເດືອນ 1/2013 ຂອງລັດຖະບານ. ບົນ​ພື້ນຖານ​ຮັບ​ຟັງ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸ້ງ ສະ​ເໜີໃຫ້ບັນດາ​ກະຊວງ, ຂະ​ແໜງ​ການ, ຕ້ອງ​ຖິ່ນຕ່າງໆ ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ຕົ້ນ​ຕໍ່​ທີ່​ລັດຖະບານ​ໄດ້​ວາງ​ອອກ​ຢ່າງ​​ເຂັ້ມ​ງວດ, ​ຂ້ຽວຂາດ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງ​ທັດສະນະ, ໜ້າ​ທີ່ ​ແລະ ບັນດາ​ມາດ​ຕະການ​​ເຊິ່ງບັນດາ​ກະຊວງ, ຂະ​ແໜງ​ການ, ອຳ​ນາດ​ການ​ປົກຄອງ​ທຸກ​ຂັ້ນ​ຄວນ​ສຸ​​ມ​ໃສ່​ປະຕິບັດ​ຢ່າງ​ຄົບ​ຊຸດ​ເພື່ອ​ໃຫ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດ ປີ​ມະ​ເສ​ງ 2013 ຢ່າງ​ເບີກບານມ່ວນ​ຊື່ນ, ​ໂປ່ງ​ໃສ, ປອດ​ໄພ, ປະຢັດ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນວັດທະນະທຳ​ຂອງ​ຊາດ. ທ່ານ​ກ່າວ​ວ່າ:

“ສະ​ເໜີ​ໃຫ້​ບັນດາ​ສະຫາຍ, ບັນດາ​ກະຊວງ, ຄະນະ​ກຳມະການ​ປະຊາຊົນ​ທ້ອງ​ຖິ່ນ​ຕ່າງໆຈຶ່ງເສີມ​ຂະຫຍາຍວຽກ​ງານ​ຮັບ​ໃຊ້​ບຸນປີ​ໃໝ່​ເປັນ​ຢ່າງ​ດີ. ນັ້ນ​ແມ່ນ​ສິນຄ້າ​ຕ້ອງ​ພຽງພໍ, ບໍ່​ປະ​ໃຫ້​ສິນຄ້າ​ຂາດ​ແຄນ, ຂຶ້ນລາຄາ​. ​ໜຶ່ງ​​ໃນບັນດາປັດໄຈແມ່ນການຂາດແຄນສິນຄ້າ ພາໃຫ້ລາຄາເພີ່ມຂຶ້ນ. ທີ່ 2 ແມ່ນການໄປມາຂອງປະຊາຊົນ, ຮັບປະກັນຄວາມປອດໄພ, ບໍ່ປະໃຫ້​ເກີດສະພາບການຂົນ​ສົ່ງ​ຜູ້​ໂດຍສານ​ເກີນ​ຂອບ​ເຂດ. ປະຈຸບັນຍານພາຫະນະໄດ້ດີແລ້ວ. ທີ່ 3 ແມ່ນການເບິ່ງແຍງດູແລກະກຽມບຸນປີໃໝ່ໃຫ້ແກ່ພໍ່ແມ່ປະຊາຊົນຊົນເຜົ່າ, ຄອບຄົວນອນໃນ ເປົ້າໝາຍນະໂຍບາຍເປັນຢ່າງດີ. ຄວນເພີ່ມເຕີມນະໂຍບາຍເພື່ອຍູ້ແຮງການຫຼຸດຜ່ອນ ຄວາມທຸກຍາກ, ເບິ່ງແຍງດູແລກະກຽມບຸນເຕັດໃຫ້ແກ່ທະຫານ, ບັນດາກົມ​ກອງ ກຽມພ້ອມສູ້ຮົບ.”

 

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ມອບໝາຍໃຫ້ກະຊວງຕຳຫຼວດ ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານການ​ຈຸດໝາຍ​ກະ​ໂພ​ກ ແລະ ອາດຊະຍາກຳ ຢ່າງເດັດຂາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ​ໄລຍະບຸນປີໃໝ່ປະຈຳ ຊາດ, ພິເສດແມ່ນການເພີ່ມທະວີມາດຕະການຕ່າງໆ ເພື່ອຈຳກັດ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ ​ແລະ ອື່ນໆ.

ຂ່າວ/ບົດ​ອື່ນ