ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຈ​ະ​​ດຳ​ເນີນ​​ແບບ​ທາງ​ໄກສົມ​ທົບ​ກັບ​ໂດຍ​ກົງ

(VOVWORLD) -ສະພາບການລວມຂອງສະພາແຫ່ງຊາດ ແມ່ນຮ່ວມເດີນທາງພ້ອມກັບທົ່ວປະເທດປ້ອງກັນ, ຕ້ານໂລກລະບາດ, ດັ່ງນັ້ນ, ຈຶ່ງສະເໜີຕໍ່ສະພາແຫ່ງຊາດເຮັດວຽກໃນມື້ວັນອາທິດໝົດມື້ ເພື່ອຫຼຸດຜ່ອນເວລາເຮັດວຽກລົງ 3 ວັນ ເພື່ອສະຫງວນເວລາກະກຽມໃຫ້ແກ່ກອງປະຊຸມຫົວເລື່ອງສະເພາະໃນທ້າຍອາທິດ.
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຈ​ະ​​ດຳ​ເນີນ​​ແບບ​ທາງ​ໄກສົມ​ທົບ​ກັບ​ໂດຍ​ກົງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການກອງປະຊມ (ພາບ: daibieunhandan.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 4, ຕອນເຊົ້າວັນທີ 13 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ວຽກງານກະກຽມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV. ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບເລືອກວິທີດຳເນີນກອງປະຊຸມຕາມຮູບແບບທາງໄກສົມທົບກັບ ໂດຍກົງ, ເຊິ່ງຈະດຳເນີນພາຍໃນເວລາ 17 ວັນ ແລະ ແບ່ງເປັນ 2 ໄລຍະ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ສະພາບການລວມຂອງສະພາແຫ່ງຊາດ ແມ່ນຮ່ວມເດີນທາງພ້ອມກັບທົ່ວປະເທດປ້ອງກັນ, ຕ້ານໂລກລະບາດ, ດັ່ງນັ້ນ, ຈຶ່ງສະເໜີຕໍ່ສະພາແຫ່ງຊາດເຮັດວຽກໃນມື້ວັນອາທິດໝົດມື້ ເພື່ອຫຼຸດຜ່ອນເວລາເຮັດວຽກລົງ 3 ວັນ ເພື່ອສະຫງວນເວລາກະກຽມໃຫ້ແກ່ກອງປະຊຸມຫົວເລື່ອງສະເພາະໃນທ້າຍອາທິດ.

        ກ່ຽວກັບວຽກງານກໍ່ສ້າງກົດໝາຍ, ໃນກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຈະພິຈາລະນາເພື່ອຮັບຮອງເອົາຮ່າງກົດໝາຍ 02 ສະບັບ, ຮ່າງມະຕິ 05 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 5 ສະບັບ. ສິ່ງທີ່ໜ້າສົນໃຈແມ່ນ ສະພາແຫ່ງຊາດຈະປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການປະເມີນຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ຂຶ້ນແຜນງົບປະມານແຫ່ງລັດ ປີ 2021, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ