ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ ລາວ ຊຸດ​ທີ IX ຮັບ​ຮອງ​ເອົາຫຼາຍ​ເນື​ອ​ໃນ​ສຳ​ຄັນ

(VOVWORLD) - ພາຍຫຼັງໂຮມປະຊຸມເປັນເວລາ 17 ວັນ ພາຍໃຕ້ການເປັນປະທານຂອງ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ຮອດຕອນບ່າຍ ວັນທີ 18 ກໍລະກົດ, ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວຊຸດທີ IX ກໍອັດລົງ.
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ ລາວ ຊຸດ​ທີ IX  ຮັບ​ຮອງ​ເອົາຫຼາຍ​ເນື​ອ​ໃນ​ສຳ​ຄັນ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດລາວຊຸດທີ IX ອັດລົງ ໃນຕອນບ່າຍວັນທີ 18 ກໍລະກົດ (ພາບ:Lao News Agency)

ກ່າວຄຳເຫັນທີ່ພິທີອັດ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ນີ້ ໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ກໍຄື ແຜນການ 6 ເດືອນທ້າຍປີ 2023.   ທ່ານປະທານສະພາແຫ່ງຊາດ ກໍຕີລາຄາສູງຕໍ່ເລື່ອງ ລັດຖະບານ ລາວ ຮັບຮອງເອົາຫຼາຍມາດຕະການບໍລິຫານ, ຊີ້ນຳປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ເພື່ອພື້ນຖານເສດຖະກິດບັນລຸໄດ້ລະດັບການເຕີບໂຕ 4,8%, ຊຸກຍູ້ການຜະລິດ ເພື່ອແນໃສ່ຮັບໃຊ້ການບໍລິໂພກພາຍໃນປະເທດ ແລະ ສົ່ງອອກ, ເພີ່ມການເກັບງົບປະມານ.

        ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຍຸດທະສາດພັດທະນາແຮ່ທາດຮອດປີ 2030 ແລະ ວິໄສທັດຮອດປີ 2040; ພິຈາລະນາ ແລະ ຮັບຮອງເອົາຍຸດທະສາດຊ່ວຍເຫຼືອສັງຄົມ; ຮັບຮອງເອົາຍຸດທະສາດແຫ່ງຊາດກ່ຽວກັບການຄຸ້ມຄອງນ້ຳ ແລະ ແຫຼ່ງຊັບພະຍາກອນນ້ຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040. ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ IX ຂອງ ລາວ ຍັງພິຈາລະນາຮັບຮອງເອົາກົດໝາຍໃໝ່ ແລະ ກົດໝາຍສະບັບປັບປຸງ 10 ສະບັບ.

      

ຕອບກັບ

ຂ່າວ/ບົດ​ອື່ນ