ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສຳເລັດທຸກເນື້ອໃນລາຍການທີ່ໄດ້ວາງອອກ

(VOVWORLD) - ສະພາແຫ່ງຊາດກໍ່ສະຫງວນເວລາ 2 ມື້ເຄິ່ງເພື່ອດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ; ພ້ອມທັງປ່ອນບັດໄວ້ວາງໃຈສຳລັບ 44 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ.
ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ສຳເລັດທຸກເນື້ອໃນລາຍການທີ່ໄດ້ວາງອອກ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
(ພາບ: quochoi.vn)

        ພາຍຫຼັງເຮັດວຽກມາເປັນເວລາ 22 ວັນຢ່າງຮີບດ່ວນ, ເຂັ້ມງວດ, ຕອນເຊົ້າວັນທີ 29 ພະຈິກ, ສະພາແຫ່ງຊາດໄດ້ຈັດວາລະອັດກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິສຳຄັນຫຼາຍສະບັບ.

        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ລວມມີ: ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ); ກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນນ້ຳ (ສະບັບປັບປຸງ); ກົດໝາຍວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຄຸ້ມຄອງ, ປົກປ້ອງກິດຈະກຳປ້ອງກັນຊາດ ແລະ ເຂດການທະຫານ; ກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂັ້ນຮາກຖານ; ກົດໝາຍວ່າດ້ວຍບັດປະຈຳຕົວ.

        ສະພາແຫ່ງຊາດກໍ່ສະຫງວນເວລາ 2 ມື້ເຄິ່ງເພື່ອດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ; ພ້ອມທັງປ່ອນບັດໄວ້ວາງໃຈສຳລັບ 44 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ສະພາແຫ່ງຊາດກໍ່ພິຈາລະນາ, ປະກອບຄຳເຫັນໃສ່ບັນດາເນື້ອໃນກ່ຽວຂ້ອງເຖິງບັນຫາເສດຖະກິດ - ສັງຄົມ, ງົບປະມານຂອງລັດ ແລະ ຫຼາຍບັນຫາສຳຄັນອື່ນໆ.

        ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢືນຢັນວ່າ, ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສຳເລັດທຸກເນື້ອໃນລາຍການທີ່ໄດ້ວາງອອກ ດ້ວຍອັດຕາເຫັນດີເຫັນພ້ອມສູງທີ່ສຸດ.

        ຄາດຄະເນວ່າ, ໃນໄລຍະຈະມາເຖິງ, ເສດຖະກິດໂລກເວົ້າສະເພາະ ແລະ ສະພາບການສາກົນເວົ້າລວມ ອາດຈະມີການຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້. ຢູ່ພາຍໃນປະເທດ, ພ້ອມກັບບັນດາກາລະໂອກາດ, ຄວາມສະດວກ,  ຫວຽດນາມ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫຍ່ຫຼວງຫຼາຍຢ່າງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖືວ່າ:

        “ປີ 2024 ແມ່ນປີບານພັບ, ມີຄວາມໝາຍສຳຄັນພິເສດໃນການປະຕິບັດໜ້າທີ່ຂອງທັງອາຍຸການຕາມມະຕິກອງປະຊຸມໃຫຍ່ທີ XIII ຂອງພັກຢ່າງມີໄຊ, ສະພາແຫ່ງຊາດໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງສືບຕໍ່ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕເສດຖະກິດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ທັງເອົາໃຈໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນພາຍພາກໜ້າ ທັງຕິດພັນກັບບັນດາເປົ້າໝາຍ, ຄວາມຮຽກຮ້ອງປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ