ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 14 ສືບຕໍ່ເຮັດວຽກ

(VOVWORLD) -ວັນທີ 27 ຕຸລາ, ສະພາແຫ່ງຊາດຫວຽດນາມສືບຕໍ່ປຶກສາຫາລືກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມປີ 2018 ແລະ 3 ປີແຫ່ງການປະຕິບັດແຜນການ 5 ປີ 2016-2020; ແຜນພັດທະນາເສດຖະກິດ - ສັງຄົມປີ 2019; ແຜນການສ້າງໂຄງປະກອບເສດຖະກິດໄລຍະ 5 ປີ 2016-2020 ຄືນໃໝ່; ໝາກຜົນ 3 ປີແຫ່ງການປະຕິບັດບັນດານະໂຍບາຍໜູນຊ່ວຍແກ່ການພັດທະນາເສດຖະກິດ-ສັງຄົມຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ການປະຕິບັດມະຕິອະນຸມັດຜ່ານແຜນນະໂຍບາຍລົງທຶນບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2016-2020.
ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມຊຸດທີ 14 ສືບຕໍ່ເຮັດວຽກ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ 14 

ທີ່ການປຶກສາຫາລືກ່ຽວກັບໝາກຜົນ 3 ປີແຫ່ງການປະຕິບັດບັນດານະໂຍບາຍໜູນຊ່ວຍແກ່ການພັດທະນາເສດຖະກິດ-ສັງຄົມຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ທ່ານນາງ ເຈີນທິຮວາຣີ ສ.ສ.ຊ ແຂວງ ບາກລຽວ ຖືວ່າ :

“ ຂ້າພະເຈົ້າເຫັນດີກັບຂໍ້ສະເໜີຂອງສະພາຊົນເຜົ່າ. ສະພາແຫ່ງຊາດຄວນປະກາດໃຊ້ມະຕິກ່ຽວກັບນະໂຍບາຍຊົນເຜົ່າ ຊຶ່ງແມ່ນໂຄງການເປົ້າໝາຍແຫ່ງຊາດທີ່ມີລັກສະນະສັງລວມ, ກຳນົດທິດຍາວນານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢູ່ເຂດບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນໄລຍະທີ່ຈະມາເຖິງ”

       ສຳລັບການປຶກສາຫາລືກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ກໍໄດ້ຖືກອອກອາກາດສົດທາງວິທະຍຸ ແລະ ໂທລະພາບເພື່ອໃຫ້ຜູ້ມີສິດເລືອກຕັ້ງຕິດຕາມ. ແລະ ຜ່ານການຕິດຕາມນັ້ນ, ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມຫວັງຢາກຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ ແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາ. ຜູ້ມີສິດເລືອກຕັ້ງ ເຢືອງທິເຫ້ວ ຢູ່ນະຄອນດານັ້ງ ໃຫ້ຮູ້ວ່າ ສະພາບການ ເສດຖະກິດ-ສັງຄົມປີ 2018 ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ເສດຖະກິດມະຫາພາກເປັນປົກກະຕິ,  ແລະ ໄພເງິນເຟີ້ໄດ້ຮັບການຄວບຄຸມ. ສ່ວນຜູ້ມີສິດເລືອກຕັ້ງ ຫງວຽນຖ້ຽນເງ້ຍ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ຈາວິງ ຖືວ່າ ບັນຍາກາດປຶກສາຫາລືຢູ່ສະພາແຫ່ງຊາດ ໄດ້ເຂົ້ຢາສູ່ລວງເລິກ ແລະ ຮອບດ້ານພໍສົມຄວນ. ການປະກອບຄຳຄິດເຫັນຂອງບັນດາ ສ.ສ.ຊ ແມ່ນມີຈິດໃຈຄວາມຮັບຜິດຊອບ, ກົງໄປກົງມາ ແລະ ປະກອບຄຳຄິດເຫັນຫຼາຍຂໍ້ເຂົ້າໃນບົດລາຍງານຂອງລັດຖະບານ.

 

       

ຕອບກັບ

ຂ່າວ/ບົດ​ອື່ນ