ກອງປະຊຸມສາກົນ “ຮ່ວມມືຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່”

(VOVWORLD) -ກອງປະຊຸມສາກົນປະຈໍາປີ ຄັ້ງທີ 7 ກ່ຽວກັບວິທະຍາສາດສັງຄົມຂອງສາມປະເທດ ອິນດູຈີນ ດ້ວຍຫົວຂໍ້ວ່າ “ການຮ່ວມມືຫວຽດນາມ - ກໍາປູເຈຍ - ລາວ ໃນສະພາບການໃໝ່” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ຕຸລາ ຢູ່ນະຄອນ ຮ້າລອງ, ແຂວງກວາງນິງ ຂອງຫວຽດນາມ.

ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ຕີລາຄາການພັດທະນາເສດຖະກິດ, ສັງຄົມ ພິເສດແມ່ນຮັບຮູ້ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງສະພາບການໃໝ່ຢູ່ໃນໂລກ ແລະ ຢູ່ 03 ປະເທດ ຈະສົ່ງຜົນກະທົບແນວໃດເຖິງການພັດທະນາເສດຖະກິດຂອງແຕ່ລະປະເທດ. ທ່ານສາດສະດາຈານ, ປອ. ຫງວຽນຊວນທັ໊ງ, ເລຂາສູງການພັກ, ປະທານສະພາທິດສະດີສູນກາງ, ຜູ້ອໍານວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ເນັ້ນໜັກວ່າ:

        “ຂ້າພະເຈົ້າມີຄວາມປາດຖະໜາວ່າ ສາມສະຖາບັນດິດ, ວິທະຍາສາດສັງຄົມ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສ້າງກອບການຮ່ວມມືໃໝ່ໃຫ້ສົມບູນແບບ, ຮັກສາກົນໄກ ແລກປ່ຽນປະຈໍາປີ. ເສີມຂະຫຍາຍທ່າແຮງ, ຍົກລະດັບການຮ່ວມມື, ຢືນຢັນຄວາມສໍາຄັນຂອງວິທະຍາສາດສັງຄົມໃນການໃຫ້ຄໍາປຶກສາກ່ຽວກັບນະໂຍບາຍໃຫ້ແກ່ພັກ ແລະ ລັດຖະບານສາມປະເທດ. ພ້ອມທັງວາງອອກບັນດາມາດຕະການ, ນະໂຍບາຍ ຊຸກຍູ້ການຮ່ວມມືລະຫວ່າງສາມປະເທດໃຫ້ມີປະສິດທິຜົນ, ພັດທະນາຢ່າງຈະເລີນງອກງາມ ໃນພາກພື້ນ ແລະ ໃນໂລກ”.


 

ຕອບກັບ

ຂ່າວ/ບົດ​ອື່ນ