ກອງປະຊຸມສາກົນໂຄສະນາວັນນະຄະດີຫວຽດນາມ, ງານບຸນກາບກອນສາກົນ

(VOVWORLD) - ວັນນະຄະດີຫວຽດນາມ ພວມປ່ຽນແປງໃໝ່ໃນແຕ່ລະວັນ ເພື່ອສ່ອງແສງສະພາບຕົວຈິງຂອງປະເທດຊາດ, ຄົ້ນຫາຊີວິດການເປັນຢູ່ຂອງຊາວຫວຽດນາມ ໃນຍຸກປະຈຸບັນ ທີ່ພວມຮ່ວມເດີນທາງພ້ອມກັບມວນມະນຸດ
ກອງປະຊຸມສາກົນໂຄສະນາວັນນະຄະດີຫວຽດນາມ, ງານບຸນກາບກອນສາກົນ - ảnh 1 (ພາບປະກອບ)

ວັນນະຄະດີ, ກາບກອນໄດ້ຊ່ວຍຮັດທຸກແຄບຊ່ອງຫວ່າງ ແມ່ນການຮັບຮອງຂອງບັນດາຜູ້ແທນສ່ວນຫຼາຍທີ່ເຂົ້າຮ່ວມກອງປະຊຸມສາກົນໂຄສະນາວັນນະຄະດີຫວຽດນາມ ຄັ້ງທີ 4, ງານບຸນກາບກອນສາກົນຄັ້ງທີ 3,ໂດຍສະມາຄົມນັກປະພັນຫວຽດນາມ ຈັດຕັ້ງ, ຖືກໄຂຂຶ້ນໃນວັນທີ 16 ກຸມພາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມເຫດການມີທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ; ຜູ້ຕາງໜ້າບັນດາອົງການ, ຄະນະ, ຂະແໜງການ ພ້ອມກັບນັກກະວີ, ນັກປະພັນ, ນັກແປ່… ເກືອບ 200 ຄົນ ທີ່ມາຈາກ 46 ປະເທດໃນໂລກ.

        ກ່າວຄຳເຫັນຢູ່ທີ່ນີ້,  ທ່ານປະທານສະມາຄົມວັນນະຄະດີຫວຽດນາມ, ນັກກະວີ ຫືວຖິງ ເນັ້ນໜັກວ່າ, ວັນນະຄະດີຫວຽດນາມ ພວມປ່ຽນແປງໃໝ່ໃນແຕ່ລະວັນ ເພື່ອສ່ອງແສງສະພາບຕົວຈິງຂອງປະເທດຊາດ, ຄົ້ນຫາຊີວິດການເປັນຢູ່ຂອງຊາວຫວຽດນາມ ໃນຍຸກປະຈຸບັນ ທີ່ພວມຮ່ວມເດີນທາງພ້ອມກັບມວນມະນຸດ; ພ້ອມກັນນັ້ນ ຍັງມີຄວາມຜູກພັນຢ່າງແໜ້ນແຟ້ນກັບບັນດາຄຸນຄ່າກົກເຄົ້າເຫງົ້າກໍ່ຂອງຊາດ, ສ້າງລັກສະນະພິເສດສະເພາະ, ບັນດາຄຸນຄ່າເພີ່ມເຕີ່ມ, ສ້າງໂລກໃຫ້ຮັ່ງມີກວ່າ.

        ສ່ວນນັກກະວີ Fernando Rendon, ປະທານງານບຸນກາບກອນສາກົນ Medellin (ໂກລົມເບຍ), ຮອງເລຂາທິການໃຫຍ່ສະມາຄົມນັກປະພັນອາຊີ - ອາຟະລິກາ ແລະ ອາຟະລິກາລາຕິງ ໃຫ້ຮູ້ວ່າ: ກອງປະຊຸມສາກົນໂຄສະນາວັນນະຄະດີຫວຽດນາມ ຄັ້ງທີ 4, ງານບຸນກາບກອນສາກົນຄັ້ງທີ 3 ໄດ້ສ້າງໃຫ້ບັນດານັກກະວີບັນຍາກາດໃໝ່, ຊ່ວຍຫວນຄືນຄວາມໄຝ່ຝັນທີ່ຍິງໃຫຍ່ກ່ຽວກັບເອກະລາດ ແລະ ສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ