ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່ ອິນ​​ໂດຍ: ບັນດາ​ນັກຮຽນຮ​ູ້ຮຽກຮ້ອງ​ໃຫ້​ເຄົາລົບ​ໝາຍສາກົນ

(VOVWORLD) -    ວັນທີ 29 ພະຈິກ, ຢູ່ຫໍປະຊຸມສາກົນ ຢູ່ນະຄອນຫຼວງ New Delhi, ປະເທດ ອິນເດຍ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດ ດ້ວຍຫົວຂໍ້ “ທະເລຕາເວັນອອກ - ບັນດາສິ່ງທ້າທາຍໃນປັດຈຸບັນ ແລະ ແງ່ຫວັງໃນອະນາຄົດ”.
ກອງ​ປະຊຸມ​ສໍາ​ມະ​ນາ​ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່ ອິນ​​ໂດຍ: ບັນດາ​ນັກຮຽນຮ​ູ້ຮຽກຮ້ອງ​ໃຫ້​ເຄົາລົບ​ໝາຍສາກົນ - ảnh 1 (ພາບປະກອບ: TTXVN)

        ຜ່ານ 3 ວາລະປຶກສາຫາລື, ບັນດານັກຮຽນຮູ້ ອິນເດຍ ແລະ ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ຕໍ່ຄວາມສໍາຄັນຂອງທະເລຕາເວັນອອກ ສໍາລັບການຄ້າ ແລະ ການເດີນເຮືອສາກົນ, ໂດຍ 9 ໃນຈໍານວນ 10 ທ່າຂົນສົ່ງຕູ້ container ທີ່ຄັບຄາໜາແໜ້ນທີ່ສຸດໃນໂລກ ກໍນອນໃນເຂດນີ້ ແລະ ປະລິມານສິນຄ້າທີ່ຂົນສົ່ງຜ່ານເຂດດັ່ງກ່າວໃນແຕ່ລະປີ ມີມູນຄ່າປະມານ 5.000 ຕື້ USD. ດັ່ງນັ້ນ, ທະເລຕາເວັນອອກບໍ່ພຽງແຕ່ກ່ຽວພັນເຖິງພາກພື້ນອາຊີຕາເວັນອອກເທ່ົານັ້ນ ຫາກຍັງມີສ່ວນກ່ຽວພັນເຖິງຜົນປະໂຫຍດ ແລະ ຄວາມສົນໃຈຂອງທົ່ວໂລກ, ໃນນັ້ນ ມີຜົນປະໂຫຍດຂອງ ອິນເດຍ. ບັນດາການຜັນແປຢູ່ທະເລຕາເວັນອອກ ໄດ້ສົ່ງຜົນສະທ້ອນໂດຍກົງເຖິງການຄ້າ ແລະ ຜົນປະໂຫຍດທາງດ້ານເສດຖະກິດຂອງ ອິນເດຍ.

        ຕາມບັນດານັກຮຽນຮູ້ແລ້ວ, ເລື່ອງ ຈີນ ນໍາກໍ່າປັ່ນສໍາຫຼວດ ໄຮ້ຢາງ 8 ແລະ ມີກໍ່າປັ່ນປ້ອງກັນປະກອບອາວຸດຫຼາຍລໍາໄປລະເມີດເຂດເສດຖະກິດຈໍາເພາະຂອງ ຫວຽດນາມ ຢູ່ອ້ອມເຂດ ບ໊າຍຕືຈິ໊ງ ໃນຫຼາຍເດືອນຜ່ານມາ ໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ກໍ່ຄວາມຂາດສະຖຽນລະພາບໃນພາກພື້ນ, ກໍ່ຄວາມວິຕົກກັງວົນສໍາລັບປະຊາຄົມສາກົນ.

        ກໍທີ່ກອງປະຊຸມສໍາມະນາດັ່ງກ່າວ, ບັນດານັກຮຽນຮູ້ໄດ້ຢັ້ງຢືນວ່່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແມ່ນເອກະສານທີ່ມີລັກສະນະນິຕິກໍາ ເໝືອນດັ່ງ ລັດຖະທໍາມະນູນກ່ຽວກັບທະເລ. ບັນດານັກຮຽນຮູ້ກໍຮຽກຮ້ອງໃຫ້ບັນດາປະເທດກ່ຽວຂ້ອງ ຈົ່ງຮັບຮອງເອົາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)  ໃຫ້ສອດຄ່ອງກັບມາດຕະຖານ ແລະ ກົດໝາຍສາກົນ ເພື່ອແນໃສ່ນໍາມາເຊ່ິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ໂດຍໄວ.


ຕອບກັບ

ຂ່າວ/ບົດ​ອື່ນ