ກອງ​ປະ​ຊຸມ​ສຳ​ຄັນ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ COP28 ບໍ່​ບັນ​ລຸ​ໄດ້​ໝາກ​ຜົນ

(VOVWORLD) - ກອງປະຊຸມຂອງຄະນະກຳມະການຜັນຂະຫຍາຍກອງທຶນ “ການເສຍຫາຍ” ຍ້ອນການປ່ຽນແປງຂອງດິນຟ້າອາກາດ ຖືກດຳເນີນຢູ່ ອີຢິບ, ໄດ້ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ໝາກຜົນ ໃນສະພາບການ ບັນດາປະເທດຢູ່ຊີກໂລກເໜືອ ແລະ ໃຕ້ ຍັງບໍ່ທັດສະນະແຕກຕ່າງກັນໃນບາງບັນຫາ. 
ກອງ​ປະ​ຊຸມ​ສຳ​ຄັນ​ກ່ອນ​ດຳ​ເນີນກອງ​ປະ​ຊຸມ COP28 ບໍ່​ບັນ​ລຸ​ໄດ້​ໝາກ​ຜົນ - ảnh 1ສະພາບການ ຢູ່ເກາະ Greenland (ພາບ: AFP/TTXVN)

ວັນທີ 21 ຕຸລາ, ກອງປະຊຸມຂອງຄະນະກຳມະການຜັນຂະຫຍາຍກອງທຶນ “ການເສຍຫາຍ” ຍ້ອນການປ່ຽນແປງຂອງດິນຟ້າອາກາດ ຖືກດຳເນີນຢູ່ ອີຢິບ, ໄດ້ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ໝາກຜົນ ໃນສະພາບການ ບັນດາປະເທດຢູ່ຊີກໂລກເໜືອ ແລະ ໃຕ້ ຍັງມີທັດສະນະແຕກຕ່າງກັນໃນບາງບັນຫາ. ນີ້ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເຫດການສຳຄັນ ກ່ອນດຳເນີນກອງປະຊຸມສຸດຍອດຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28).

        ໃນກອງປະຊຸມ, ບັນດາຄະນະໄດ້ເຈລະຈາກ່ຽວກັບຂໍ້ຕົກລົງສະບັບໜຶ່ງ ແນໃສ່ສ້າງຕັ້ງກອງທຶນສະເພາະໃຫ້ແກ່ການໜູນຊ່ວຍບັນດາປະເທດທີ່ມີຄວາມສ່ຽງຖືກຜົນກະທົບໃນການຮັບມື ແລະ ແກ້ໄຂຜົນເສຍຫາຍ ຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ. ເລື່ອງບັນດາຝ່າຍເຫັນດີສ້າງກອງທຶນດັ່ງກ່າວ ໄດ້ຮັບຖືວ່າແມ່ນຜົນງານຂອງກອງປະຊຸມ COP 27 ຢູ່ ອີຢິບ ໃນປີກາຍ, ແຕ່ຂາດແຜນການຜັນຂະຫຍາຍລະອຽດ. ປີນີ້, ໄດ້ດຳເນີນຫຼາຍວາລະປຶກສາຫາລື ເພື່ອເອກະພາບກ່ຽວກັບບັນດາເນື້ອໃນພື້ນຖານ ເປັນຕົ້ນແມ່ນໂຄງສ້າງ, ຝ່າຍຊົມໃຊ້ຜົນປະໂຫຍດ ແລະ ຝ່າຍປະກອບສ່ວນ - ເຊິ່ງລ້ວນແຕ່ແມ່ນບັນດາບັນຫາທີ່ປະເທດຮັ່ງມີກວ່າ ມີຄວາມສົນໃຈທີ່ສຸດ.

 

ຕອບກັບ

ຂ່າວ/ບົດ​ອື່ນ