ກອງປະຊຸມສຳມະ ນາກ່ຽວກັບມາດຕະ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ກອງປະຊຸມສຳມະ ນາກ່ຽວກັບມາດຕະ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 15/1, ຢູ່​ນະຄອນ ​ໂຮ່ຈີ​ມິນ, ວາລະສານ​ກອມ​ມູນິດ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະ​ຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ດ້ວຍ​ຫົວ​ຂໍ້​ວ່າ “​ປຶກສາ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ,​ຕ້ານ ການ​ສໍ້​ລາດ​ບັງ​ຫຼວງ ຢູ່​ຫວຽດນາມ ​ໃນ​ປະຈຸ​ບັນ”. 65 ບົດ​ທາ​ບທາມ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ຢືນຢັນ​ວ່າ: ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​ບັນຫາ​ສັບສົນ, ​ເຄັ່ງຮ້ອນ, ຕ້ອງ​ໄດ້​ຮັບ​ກາ​ນປະຕິບັດ​ຢ່າງ​ເດັດຂາດ. ບັນດາ​ຜູ້​ແທນ​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍເພື່ອ​ປຶກສາ​ຫາລື ກ່ຽວ​ກັບ​ການກວດ​ພົບ​ເປົ້າ​ໝາຍ​ສໍ້​ລາ​ດບັງ​ຫຼວງ ​ແລະ ບັນດາ​ມາດ​ຕະການ​ຊັດ​ເຈນ, ມີ​ຄວາມ​ສາ​ມາດ​ເປັນ​ໄປ​ໄດ້, ບຸກທະລຸ ​ໃຫ້​​ແກ່ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຮອດ​ປີ 2020. ທ່ານ​ຮອງສາດສະດາຈານ​, ດຣ ຫວູວັນ​ຟຸກ, ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ, ກຳມະການ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ຖື​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງນີ້ ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ. ຄື​ບັນດາ​ຜູ້​ແທນ​ໄດ້​ເວົ້າ​ວ່າ: ​ໄພສໍ້​ລາ​ດບັງ​ຫຼວງ​ແມ່ນ​ໄພ​ອັນຕະລາຍ​ຂອງ​ປະ​ເທດ​ຊາດ, ​ແມ່ນ​ພະຍາດຊຳ​ເຮື້ອ​ຍາກ​ທີ່​ຈະ​ປິ່ນ​ປົ່ວ​ໄດ້. ຖ້າ​ຫາກ​ພວກ​ເຮົາ​ບໍ່​ປະຕິບັດ​ສຳ​ເລັດ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້​ານສໍ້​ລາດ​ບັງ​ຫຼວງ ມັນຈະ​ກາຍ​ເປັນ​ໄພນາບ​ຂູ​່​ຕໍ່ການ​ຄົງ​ຕົວ​ຂອງ​ລະບອບ ​ແລະ ການ​ນຳພາ​ຂອງ​ພັກ. ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ເຮົາ​ມີ​ບັນດາ​ມາດ​ຕະການ​ທີ່ມີ​ປະສິດທິ​ຜົນ​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ສ້ໍ​ລາດ​ບັງ​ຫຼວງ ຈະ​ຊ່ວຍ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງການ​ນຳພາ​ຂອງ​ພັກ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ ​ແລະ ກົງກັນຂ້າມ”

ຂ່າວ/ບົດ​ອື່ນ