ກອງປະຊຸມສຳມະນາ 45 ປີແຫ່ງການ ປະຕິບັດບົດພິໄນກຳ ຂອງປະທານໂຮ່ຈິມິນ


 ກອງປະຊຸມສຳມະນາ 45 ປີແຫ່ງການ ປະຕິບັດບົດພິໄນກຳ ຂອງປະທານໂຮ່ຈິມິນ - ảnh 1

(ພາບປະກອບ: sggp.org.vn)

 (vovworld)- ​ ກອງ​ປະຊຸມ​ສຳ​ມະ​ນາ 45 ປີ​ແຫ່ງ​ການ​ປະຕິບັດ​ບົດພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ​ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ ວັນ​ທີ 27/8, ຢູ່​ຮ່າ​ໂນ້ຍ. ບັນດາ​ບົດ​ປະກອບ​ຄວາມ​ເຫັນ​ທີ່ກອງ​ປະຊຸມ​ສຳ​ມະ​ນາຢືນຢັນ​ວ່າ, ບັນດາ​ຄຳ​ສັ່ງສອນ​ຂອງ ປະທານ​ໂຮ່ຈິ​ມິນ​ ​ໃນ​ບົດ​ພິ​ໄນ​ກຳ​ມີ​ຄວາມ​ໝາຍປະຫວັດສາດ ​ແລະ​ ຍຸກ​ສະ​ໄໝ​ທີ່​ເລິກ​ເຊິ່ງ ​ແລະ ​ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ​ອັນ​ສູງ​ສົ່ງ. ນັ້ນ​ແມ່ນ​ແນວ​ຄິດ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປອດ​ໄສ, ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ. ທ່ານ ດຣ ຈູ​ດຶກ​ຕິງ, ອະດີດ​ຜູ້ອຳນວຍການ​ຫໍພິພິຕະພັນ​ໂຮ່ຈິ​ມິນ ວິ​ເຄາະ​ວ່າ:

   “ຄຳພິໄນກຳຂອງປະທານໂຮ່ຈິມິນໄດ້ຂຽນໃນເວລາ 5 ປີ, ​ໃນຍາມເພິ່ນຍັງມີສຸຂະພາບແຂງແຮງຢູ່. ນີ້ແມ່ນບົດສຳຫລຸບຕົວຈິງ, ກຳນົດທິດທາງໃນອະນາຄົດແລະແມ່ນປຶ້ມຄູ່ມືໃຫ້ແກ່ພັກໃນວິວັດການສືບຕໍ່ກ້າວຂຶ້ນ“.

  ຕາມ​ທ່ານ​ຮອງ​ສາດສະດາຈານ, ດຣ ​ເລກ​ວກລີ, ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ, ​ແນວ​ຄິດ​ພົ້ນ​ເດັ່ນ​ໃນ​ບົດ​ພິ​ໄນ​ກຳ​ຂອງ​ປະທານ​ໂຮ່ຈິ​ມິນ ​ແມ່ນ​ແນວ​ຄິດ​ນັບຖື​ ປຊຊ, ​ໃກ້ຊິດ​ກັບ ປຊຊ. ທ່ານ​ຮອງ​ສາດສະດາຈານ, ດຣ ​ເລກວກລີ, ຖື​ວ່າ:

  “ປຊຊ ມີຄວາມຮັ່ງມີປະເທດມີຄວາມເຂັ້ມແຂງແມ່ນຄວາມມຸ້ງຫັວງນັບແຕ່ພັນປີມານີ້ຂອງລຸ້ນພໍ່ລຸ້ນອ້າຍ. ​ໂດຍໄດ້ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ, ພວກເຮົາຕ້ອງມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອໃຫ້ ປຊຊ ນັບມື້ນັບຮັ່ງມີກ່ວາ, ມີຄວາມຜາສຸກ. ນີ້ແມ່ນເສັ້ນທາງກ້າວເຂົ້າສູ່ສັງຄົມນິຍົມທີ່ພວກເຮົາໄດ້ຄັດເລືອກ. ນັ້ນແມ່ນອະນາຄົດອັນສົດໃສ ຊື່ງຮຽກຮ້ອງໃຫ້ຄວາມມານະພະຍາຍາມຂອງທົ່ວພັກ, ທົ່ວກອງທັບແລະ ທົ່ວປວງຊົນໃນໄລຍະປະຈຸບັນແລະໃນອະນາຄົດ“./.

ຂ່າວ/ບົດ​ອື່ນ