ກອງປະຊຸມສຳມະນາ “50 ປີແຫ່ງການພົວພັນ ຫວຽດນາມ - ໂຮນລັງ: ຜົນງານ ແລະ ແງ່ຫວັງ”

(VOVWORLD) - ກອງປະຊຸມສຳມະນາໄດ້ທົບທວນຄືນບັນດາຜົນງານສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ ແລະ ປຶກສາຫາລືກ່ຽວກັບແງ່ຫວັງຮ່ວມມືໃໝ່ໃນໄລຍະຈະມາເຖິງ.
ກອງປະຊຸມສຳມະນາ “50 ປີແຫ່ງການພົວພັນ ຫວຽດນາມ - ໂຮນລັງ: ຜົນງານ ແລະ ແງ່ຫວັງ” - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: dangcongsan.vn)

        ວັນທີ 15 ທັນວາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານຈັດກອງປະຊຸມສຳມະນາ “50 ປີແຫ່ງການພົວພັນ ຫວຽດນາມ - ໂຮນລັງ: ຜົນງານ ແລະ ແງ່ຫວັງ”. ກອງປະຊຸມສຳມະນາໄດ້ທົບທວນຄືນບັນດາຜົນງານສຳຄັນໃນການຮ່ວມມືລະຫວ່າງ 2 ປະເທດ ແລະ ປຶກສາຫາລືກ່ຽວກັບແງ່ຫວັງຮ່ວມມືໃໝ່ໃນໄລຍະຈະມາເຖິງ.

        ຢູ່ທີ່ນີ້, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ເນັ້ນໜັກວ່າ, ເລື່ອງ 2 ປະເທດກາຍເປັນຄູ່ຮ່ວມມືບຸລິມະສິດ, ສຳຄັນຂອງກັນຢູ່ພາກພື້ນ ຜ່ານການສ້າງຕັ້ງ “ຄູ່ຮ່ວມມືຍຸດທະສາດ” ປີ 2019 ແລະ ປະຈຸບັນ, ໂຮນລັງ ໄດ້ກາຍເປັນຄູ່ຄ້າໃຫຍ່ທີ 2 ຂອງ ຫວຽດນາມ ຢູ່ ເອີລົບ ແລະ ແມ່ນນັກລົງທຶນໃຫຍ່ທີ່ສຸດຂອງສະຫະພາບເອີລົບ (ອີຢູ) ຢູ່ ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ ໂຮນລັງ Kees van Baar ຖືວ່າ, 2 ປະເທດສາມາດສ້າງໄດ້ການພົວພັນທີ່ເຂັ້ມແຂງດ້ວຍຜົນງານຫຼາຍຢ່າງ, ໂດຍອີງໃສ່ການຮ່ວມມື, ເຄົາລົບ ແລະ ມີຄວາມໄວ້ເນື້ອເຊື່ອໃຈ; ທ່ານຢືນຢັນຄວາມປາດຖະໜາຢາກພ້ອມກັບ ຫວຽດນາມ ຕ້ອນຮັບໂອກາດຂອງໄລຍະ 50 ປີຕໍ່ໄປ. ທ່ານຮອງປະທານສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ແລະ ການນຳວິສາຫະກິດຫຼາຍແຫ່ງຂອງ ໂຮນລັງ, ຢືນຢັນ ຈະສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສອດຄ່ອງກັບທ່າອ່ຽງພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ