ກອງ​ປະ​ຊ​ຸມ​ສ​ຳ​ມ​ະ​ນາ ກ່ຽວ​ກັບ COC: ບັນ​ດາ​ນັກຮຽນຮູ້ຮ​ຽກ​ຮ້ອງ ອາ​ຊຽ​ນ​ຮັກ​ສາຫຼັກ​ການ​ເຫັນ​ດ​ີ​ເຫັນ​ພ້ອມ

(VOVWORLD) -  ສິ້ນສຸດກອງປະຊຸມສຳມະນາ, ບັນດານັກວິທະຍາສາດໄດ້ຢັ້ງຢືນເຖິງ ວິວັດທະການການສິ້ນສຸດ ການເຈລະຈາ COC ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງໃນສະພາບທີ່ ຈີນ ພວມປະຕິເສດຄຳຕັດສິນຂອງສານອະນຸຍາໂຕຕຸລາການ(PCA) ເມື່ອປີ 2016, ເຮັດໃຫ້ຄຸນຄ່າຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982  (UNCLOS)ຕົກຕ່ຳ.
ກອງ​ປະ​ຊ​ຸມ​ສ​ຳ​ມ​ະ​ນາ ກ່ຽວ​ກັບ COC: ບັນ​ດາ​ນັກຮຽນຮູ້ຮ​ຽກ​ຮ້ອງ ອາ​ຊຽ​ນ​ຮັກ​ສາຫຼັກ​ການ​ເຫັນ​ດ​ີ​ເຫັນ​ພ້ອມ - ảnh 1ກອງປະຊຸມສຳມະນາ ກ່ຽວກັບ COC  (ພາບ:TTXVN) 

ວັນທີ 20 ມິຖຸນາ, ມະຫາວິທະຍາໄລ ທຳມະຊາດ ຢູ່ບາງກອກ, ສູນອາຊີຕາເວັນອອກສ່ຽງໃຕ້ - ເຢຍລະມັນ ກ່ຽວກັບນະໂຍບາຍພາກລັດ ແລະ ບໍລິຫານຢ່າງມີປະສິດທິຜົນ (CPG) ແລະ ກອງທຶນບໍລິຫານ ອາຊີ (AGF) ເປັນປະທານຮ່ວມກອງປະຊຸມສຳມະນາດ້ວຍຫົວຂໍ້ “ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC): ແຫຼ່ງກຳລັງທາງການທະຫານ ແລະ ຊັບພະຍາກອນທາງທະເລ”. ກອງປະຊຸມສຳມະນາມີການເຂົ້າຮ່ວມຂອງນັກຊ່ຽວຊານ, ນັກຮຽນຮູ້ຫຼາຍທ່ານທີ່ມາຈາກມະຫາວິທະຍາໄລ ທຳມະຊາດຈຸລາລົງກອນ, ວິທະຍາຄານ ເຕັກໂນໂລຢີປ້ອງກັນປະເທດ, ວິທະຍາຄານ ການປ້ອງກັນປະເທດແຫ່ງຊາດ ໄທ, ມະຫາວິທະຍາໄລເຕັກໂນໂລຢີ Nanyang, ສິງກະໂປ; ມະຫາວິທະຍາໄລ UIN Jember, ອິນໂດເນເຊຍ, ມະຫາວິທະຍາໄລ La Salle ຟີລິບປິນ…

        ສິ້ນສຸດກອງປະຊຸມສຳມະນາ, ບັນດານັກວິທະຍາສາດໄດ້ຢັ້ງຢືນເຖິງ ວິວັດທະການການສິ້ນສຸດ ການເຈລະຈາ COC ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງໃນສະພາບທີ່ ຈີນ ພວມປະຕິເສດຄຳຕັດສິນຂອງສານອະນຸຍາໂຕຕຸລາການ(PCA) ເມື່ອປີ 2016, ເຮັດໃຫ້ຄຸນຄ່າຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982  (UNCLOS)ຕົກຕ່ຳ, ເພີ່ມທະວີການໂຄສະນາກ່ຽວກັບສິ່ງທີ່ໄດ້ເອີ້ນວ່າສະພາບຕົວຈິງໃໝ່ຢູ່ທະເລຕາເວັນອອກ. ໃນຂະນະນັ້ນ, ອາເມລິກາ ແລະ ພັນທະມິດ ນັບມື້ນັບແຊກແຊງເຂົ້າເລິກໃນພາກພື້ນ, ສ້າງບັນດາປັດໃຈຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ