ກອງປະຊຸມສຳມະນາ ຄຸ້ມຄອງພັດທະນາ ອາຊີບຫາປາໂອ ຂອງຫວຽດນາມ

ກອງປະຊຸມສຳມະນາ ຄຸ້ມຄອງພັດທະນາ ອາຊີບຫາປາໂອ ຂອງຫວຽດນາມ - ảnh 1

(ພາບ:fistenet.gov.vn)

(VOV): ​ໃນ​ວັນ​ທີ 13-14/11, ຢູ່​ນະຄອນ​ດ່າ​ນັງ, ກົມ​ຂຸດ​ຄົ້ນ ​ແລະ ປົກ​ປ້ອງ​ແຫຼ່ງປະ​ໂຫຍ​ດສິນ​​ໃນ​ນ້ຳ​ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ອາຊີບ​ຫາ​ປາ​ປາຊີ​ຟິກຕາ​ເວັນ​ຕົກ ​ແລະ ກາງ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ຄຸ້ມ​ຄອງ​ພັດທະນາ​ອາຊີບ​ຫາ​ປາ​ໂອ ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ໂຄງການ, ກວດກາ​ນະ​ໂຍບາຍ​ກົດໝາຍ, ລະ​ບຽບການ ​ແລະ ​ໂຄງ​ປະກອບ​ການຈັດຕັ້ງຂອງ​ຫວຽດນາມ ສຳລັບ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນຄຸ້ມ​ຄອງ​ອາຊີບ​ຫາປາ​ໂອ. ນີ້​ແມ່ນ​ການ​ເຄື່ອນ​​ໄຫວ​ໃນ​ຂອບ​ເຂດ​ໂຄງການ​ຄຸ້ມ​ຄອງ​ອາຊີບ​ຫາ​ປາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ເຂດ​ປາຊີ​ຟິກຕາ​ເວັນ​ຕົກ ຂຶ້ນ​ກັບ​ໂຄງການ​ພັດທະນາ ສປຊ ຊື່​ງ​ຖືກ​ຜັນ​ຂະຫຍາຍ​ນັບ​ແຕ່​ເດືອນ 7/2012, ປະກອບສ່ວນ​ສ້າງ​ພື້ນຖານ​ໃຫ້​ຫວຽດນາມ ກາຍ​ເປັນ​ສະມາຊິກ​ສົມບູນ​ຂອງ​ຄະນະ​ກຳມະການ​ອາຊີບ​ຫາ​ປາ​ປາຊີ​ຟິກຕາ​ເວັນ​ຕົກ ​ແລະ ກາງ​​ໃນ​ອະນາຄົດ. ທ່ານ Pham Trong Yen ຮອງ​ຫົວໜ້າ​ກົມ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລະ ຮ່ວມ​ມື​ສາກົນ​ກົມ​ໃຫ່ຍສິນ​ໃນ​ນ້ຳໃຫ້​ຮູ້​ວ່າ:

   “ຢາກ​ເຂົ້າຮ່ວມຄະນະ​ກຳມະການ​ອາຊີບ​ຫາ​ປາ​ປາຊີ​ຟິກຕາ​ເວັນ​ຕົກ ​ແລະ ກາງ​ ​ໃນ​ອະນາຄົດຕ້ອງ​ກະກຽມ​ກຳລັງ​ກ່ຽວ​ກັບ​ໂຄງ​ປະກອບ​ການຈັດຕັ້ງລະບົບ​ກົດໝາຍ, ການ​ຄຸ້ມ​ຄອງ​ຂອງ​ຕົນ. ນັບ​ແຕ່​ປີ 2010, ​ຄະນະ​ກຳມະການ​ອາຊີບ​ຫາ​ປາ​ປາຊີຟິກຕາ​ເວັນ​ຕົກ ​ແລະ ກາງ​ໜູນ​ຊ່ວຍ​ຫວຽດນາມ ພ້ອມ​ກັບ​ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ໂຄງການ​ຄຸ້ມ​ຄອງ​ອາຊີບ​ຫາ​ປາ​ໂອ​ໃນ​ການ​ຍົກ​ສູງ​ຄວາ​ມສາມາດ​ຄຸ້ມ​ຄອງ​ມຸ້ງ​ໄປ​ເຖິງ​ໄລຍະ​ຍາວ​ນານ​ເພື່ອ​ໃຫ້​ຫວຽດນາມ ກາຍ​ເປັນ​ສະມາຊິກ​ສົມ​ບູນ​ຂອງ​ຄະນະ​ກຳມະການ​ອາຊີບ​ຫາ​ປາ​ປາຊີ​ຟິກຕາ​ເວັນ​ຕົກ ​ແລະ ກາງ​“

 

 

ຂ່າວ/ບົດ​ອື່ນ