ກອງ​ປະ​ຊຸມ​ສຳ​ມະ​ນາ “ຕົວ​ເມືອງ​ອັດ​ສະ​ລິ​ຍະ: ປະ​ສົບ​ການ​ຂອງ​ບາງ​ປະ​ເທດ ເອີ​ຣົບ ຕາ​ເວັນ​ຕົກ, ເອີ​ຣົບ​​ເໜືອ ແລະ ວິ​ໄສ​ທັດ ດ່າ​ໜັງ”

(VOVWORLD) -  “ຕົວເມືອງອັດສະລິຍະ: ປະສົບການຂອງບາງປະເທດ ເອີຣົບ ຕາເວັນຕົກ, ເອີຣົບເໜືອ ແລະ ວິໄສທັດ ດ່າໜັງ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາສາກົນທີ່ຖືກຈັດຂຶ້ນໃນຕອນເຊົ້າວັນທີ 20 ພຶດສະພາ ຢູ່ນະຄອນ ດ່າໜັງ ໂດຍຄະນະກຳມະການປະຊາຊົນນະຄອນ ດ່າໜັງ ແລະ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສົມທົບກັບສະຖານທູດບັນດາປະເທດເອີຣົບ ຕາເວັນຕົກ, ເອີຣົບເໜືອ ຈັດຂຶ້ນ.
ກອງ​ປະ​ຊຸມ​ສຳ​ມະ​ນາ “ຕົວ​ເມືອງ​ອັດ​ສະ​ລິ​ຍະ: ປະ​ສົບ​ການ​ຂອງ​ບາງ​ປະ​ເທດ ເອີ​ຣົບ ຕາ​ເວັນ​ຕົກ, ເອີ​ຣົບ​​ເໜືອ ແລະ ວິ​ໄສ​ທັດ ດ່າ​ໜັງ” - ảnh 1ກອງປະຊຸມສຳມະນາສາກົນ  “ຕົວເມືອງອັດສະລິຍະ: ປະສົບການຂອງບາງປະເທດ ເອີຣົບ ຕາເວັນຕົກ, ເອີຣົບເໜືອ ແລະ ວິໄສທັດ ດ່າໜັງ” (ພາບ: VOV)

ທ່ານ ໂຮ່ກີ່ມິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໃຫ້ຮູ້ວ່າ:

        “ເຕັກໂນໂລຢີນັບມື້ນັບມີການປ່ຽນແປງ ແລະ ຄວາມຕ້ອງການຂອງປະຊາຊົນກໍນັບມື້ນັບສູງຂຶ້ນ. ວິທີດີທີ່ສຸດແມ່ນ ຕ້ອງຮ່ວມມືເພື່ອຕອບສະໜອງ. ໃນນັ້ນ, ມີການເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງ, ກຸ່ມບໍລິສັດ, ວິສາຫະກິດຢູ່ພາຍໃນປະເທດ ແລະ ສາກົນ ແມ່ນເພື່ອແນໃສ່ໄດ້ຮັບການຊ່ວຍເຫຼືອ, ໃຫ້ຄຳປຶກສາ, ແບ່ງປັນປະສົບການ, ໄດ້ສຳຜັດເຖິງ,  ໄດ້ຮັບການຖ່າຍທອດເຕັກໂນໂລຢີ ແລະ ໜູນຊ່ວຍດ້ານການເງິນ. ກອງປະຊຸມສຳມະນາກໍແມ່ນໂອກາດເພື່ອປຶກສາຫາລືກັບຄູ່ຮ່ວມມືກ່ຽວກັບຮູບແບບ, ມາດຕະການ, ເຕັກໂນໂລຢີ, ນະໂຍບາຍໝູນໃຊ້ເຂົ້າໃນການສ້າງນະຄອນອັດສະລິຍະຢູ່ນະຄອນ ດ່າໜັງ ໃຫ້ມີປະສິດທິຜົນ”.

ທີ່ກອງປະຊຸມສຳມະນາດັ່ງກ່າວ, ບັນດາຜູ້ແທນສາກົນໄດ້ແບ່ງປັນບົດຮຽນກ່ຽວກັບການສ້າງຕົວເມືອງອັດສະລິຍະຈາກການປະຕິບັດຕົວຈິງຂອງບັນດາປະເທດເອີຣົບຕາເວັນຕົກ, ເອີຣົບເໜືອ, ສະເໜີມາດຕະການຈຳນວນໜຶ່ງໃຫ້ນະຄອນ ດ່າໜັງ ໃນວິວັດທະນາການສ້າງນະຄອນອັດສະລິຍະ.

ຕອບກັບ

ຂ່າວ/ບົດ​ອື່ນ