ກອງປະຊຸມສຳມະນາ ນະໂຍບາຍການສຶກສາ ອາຊຽນ


ກອງປະຊຸມສຳມະນາ ນະໂຍບາຍການສຶກສາ ອາຊຽນ - ảnh 1
ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມ

(ພາບ: .baomoi.com)

(vovworld) –​​​​ຕອນ​ເຊົ້າວັນ​ທີ 22/8, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນານະ​ໂຍບາຍ​ການ​ສຶກສາ​ອາ​ຊຽນ-ທັກ​ສະການ​ຮຽນ​ແບບ​ລົງ​ເລິກ​ໃຫ້​ແກ່​ນັກຮຽນ​ສັດຕະວັດ​ທີ 21 ​ໂດຍ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ, Microsoft ຫວຽດນາມ ​ແລະ ສະພາ​ອັງກິດ​ສົມທົບ​ກັນ​ຈັດຕັ້ງຂຶ້ນ.

   ​ເນື້ອ​ໃນ​ຂອງກອງ​ປະຊຸມ​ສຳ​ມະ​ນາສຸມ​ໃສ່ບັນດາທັກ​ສະການ​ຮ່ຳຮຽນ​ລົງ​ເລິກ​ຕ້ອງ​ປະກອບ​ໃຫ້​ນັກຮຽນ​ຂັ້ນມັດທະຍົມ​ຕອນ​ຕົ້ນຄື: ກໍລະນີ​ຕົວ​ຈິງ, ການ​ປະກິດ​ສ້າງ, ຈິ​ນ ຕະນາ​ການ, ສຶກສາ​ບຸກຄະ​ລິກ, ການ​ນຳ​ໃຊ້​ເຕກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຮ່ຳຮຽນ, ຊີວິດ…​ຕາມ​ບັນດາ​ຜູ້​ແທນ, ​ບັນດາ​ນັກຮຽນ​ຫວຽດນາມ ບໍ່​ທັນ​​ເປັນ​ເຈົ້າການ​ໃນ​ການ​ຮ່ຳຮຽນ, ຂາດ​ບັນດາ​ທັກ​ສະ​ຈຳ​ເປັນ​ເພື່ອ​ຮຽນ​ດ້ວຍ​ຕົນ​ເອງ ​ແລະ ບັນດາ​ທັກ​ສະ​ເຮັດ​ວຽກ​ທີ່​ເໝາະ​ສົມ, ຈາກ​ຕົວ​ຈິງ​ດັ່ງກ່າວ, ຜູ້​​ແທນ 120 ທ່ານ​ແມ່ນ​ບັນດາ​ຜູ້​ກຳນົດ​ນະ​ໂຍບາຍ, ນັກ​ຄຸ້ມ​ຄອງ​ການ​ສຶກສາ, ອາຈານ​ສອນ​ຢູ່​ໂຮງຮຽນ​ຕ່າງໆ​ຂອງ​ຫວຽດນາມ, ອັງກິດ ​ແລະ ບາງ​ປະ​ເທດ​ອາ​ຊຽນ ​ໄດ້​ແບ່ງປັນ​ບັນດາ​ວິທີ​ສິດສອນ​ໃໝ່ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ວິທີ​ສອນ​ໃຫ້​ນັກຮຽນ​ບັນດາ​ທັກ​ສະ​ທີ່​ຈຳ​ເປັນ​ໃນ​ການ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ໃນ​ໄລຍະ​ເຊື່ອມ​ຕົວ​ເຂົ້າກັບ​ສາກົນ​ໃນ​ປະຈຸ​ບັນ./.

ຂ່າວ/ບົດ​ອື່ນ