ກອງປະຊຸມສຳມະນາ “ບັນດາຈົດໝາຍໄລຍະສົງຄາມກັບປະຫວັດສາດ,ມູນເຊື້ອແລະວັດທະນະທຳຂອງຊາດ”

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ
ກອງປະຊຸມສຳມະນາ “ບັນດາຈົດໝາຍໄລຍະສົງຄາມກັບປະຫວັດສາດ,ມູນເຊື້ອແລະວັດທະນະທຳຂອງຊາດ” - ảnh 1 (ກອງປະຊຸມສຳມະນາວິທະຍາສາດ “ບັນດາຈົດໝາຍໄລຍະສົງຄາມກັບປະຫວັດສາດ,ມູນເຊື້ອແລະວັດທະນະທຳຂອງຊາດ”)

ສູນຄົ້ນຄວ້າ, ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ, ສູນວາງສະແດງວັດທະນະທຳສິລະປະຫວຽດນາມ ໄດ້ສົມທົບກັບບາງຫົວໜ່ວຍຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ບັນດາຈົດໝາຍໄລຍະສົງຄາມກັບປະຫວັດສາດ,ມູນເຊື້ອແລະວັດທະນະທຳຂອງຊາດ”. ມີບົດທາບທາມຄວາມເຫັນເກືອບ 30 ບົດທີ່ໄດ້ສະເໜີ ແລະ ຝາກເຖິງກອງປະຊຸມສຳມະນາ ເຕື້ອງເຖິງຄຸນຄ່າດ້ານຂໍ້ມູນຂ່າວສານ ແລະ ມີລັກສະນະສື່ມວນຊົນໃນບັນດາຈົດໝາຍໄລຍະສົງຄາມຫວຽດນາມ; ບັນດາຈົດໝາຍໃນໄລຍະສົງຄາມໄດ້ກາຍເປັນມໍລະດົກໃນອະນາຄົດ; ຊອກຮູ້ປະຫວັດສາດ ແລະ ສົງຄາມຜ່ານບັນດາຈົດໝາຍໄລຍະສົງຄາມ… ພ້ອມກັນນັ້ນກໍ່ມີບັນດາເລື່ອງລາວທີ່ໜ້າຕື້ນຕັນໃຈກ່ຽວກັບຄວາມຮັກຕໍ່ປະເທດຊາດ, ຄວາມຮັກຂອງຄູ່ບາວຊາວໃນໄລຍະສົງຄາມ, ນ້ຳໃຈລະຫວ່າງທະຫານ ແລະ ປະຊາຊົນໃນໄລຍະສົງຄາມ. 

ຕອບກັບ

ຂ່າວ/ບົດ​ອື່ນ