ກອງປະຊຸມສຳມະນາ ວິສາຫະກິດຫວຽດ ນາມ-ສ.ເຊັກຢູ່ປາຣາຮາ


ກອງປະຊຸມສຳມະນາ ວິສາຫະກິດຫວຽດ ນາມ-ສ.ເຊັກຢູ່ປາຣາຮາ - ảnh 1

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

(ພາບ: Ngọc Mai/Vietnam+)

 (vovworld)- ​ ​​ວັນ​ທີ 22/9, ຢູ່​ປຣາຮາ, ກົມ​ການ​ຄ້າ​ຫວຽດນາມ ປະຈຳ ສ.​ເຊັກ ສົມທົບ​ກັບ​ຫ້ອງການ​ເສດຖະກິດ ເຊັກ  ​ໄດ້​ຈັດກອງ​ປະຊຸມ​ສຳ​ມະ​ນາ​ວິ​ສາ​ຫະກິດ​ຫວຽດນາມ-​ສ.​ເຊັກ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມືດ​ດ້ານ​ການ​ຄ້າ-​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ. ​ໃນ​ບົດ​ປະກອບ​ຄວາມ​ເຫັນ “ຫວຽດນາມ-​ກາລະ​ໂອກາດ​ລົງທຶນ ​ແລະ ການ​ຄ້າ“, ທ່ານ​ຫງວຽນ​ທັງ​ລອງ ທູດ​ການ​ຄ້າ, ສະຖານທູດ​ຫວຽດນາມ ປະຈຳ​ ສ.ເຊັກ ​ເນັ້ນໜັກ​ວ່າ: ສ.ເຊັກ ມີ​ທ່າ​ແຮງ​​ໃນ​ການ​ຫັນພື້ນຖານ​ເສດຖະກິດ​ອຸດສາຫະກຳຕາມ​ທິດ​ສົ່ງ​ອອກ​ດ້ວຍ​ຫຼາຍ​ຂະ​ແໜງ​ອຸດສາຫະກຳ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໂລກ. ຫວຽດນາມ​ ສົນ​ໃຈ​ຕໍ່​ການ​ນຳ​ເຂົ້າ​ເຄື່ອງ​ຈັກ, ​ເຄື່ອງ​ອາ​ໄຫ່ລ, ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ​ຂອງ ສ.​ເຊັກ ກໍ່​ຄື​ບັນດາ​ປ​ະ​ເພດສິນຄ້າ​ຮັບ​​ໃຊ້ການ​ປຜະລິດ, ການ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ ​ແລະ ການ​ປຸງ​ແຕ່ງ​ສິນຄ້າ​ສົ່ງ​ອອກ. ພ້ອມ​ກັນນັ້ນ, ຫວຽດນາມ ​ໄດ້​ສ້າງ​ເງື່ອ​ນໄຂອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ​ເຊັກ ມາ​ຊອກຮູ້​ຕະຫຼາດ, ຊອກ​ຫາ​ຄູ່​ຮ່ວມ​ມື, ສ້າງ​ບັນດາ​ການ​ຮ່ວມ​ມື​ຮ່ວມ​ທຸລະ​ກິດ​ເພື່ອ​ທຳ​ການ​ຜະລິດ, ສະໜອງ​ບັນດາ​ຜະລິດ​ຕະພັນ​ຢູ່​ຫວຽ​ດນາມ ຫລື​ສົ່ງ​ໄປ​ຂາຍ​ຢູ່​ປະ​ເທດ​ທີ 3. ​ໃນ​ຂະນະ​ນັ້ນ, ທ່ານ​ນາງ Jana Ackermann ຜູ້ຕາງໜ້າ​ອົງການ​ໜູນ​ຊ່ວຍ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ຖື​ວ່າ, ​ໂອກາດ​ລົງທຶນ​ເຂົ້າຫວຽດນາມ ​ແມ່ນ​ສາມາດ​ເປັນ​ໄປ​ໄດ້, ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫ່ຍຫຼວງ​ດ້ວຍ​ຕະຫຼາດ​​ເປີດກ້ວາງ ​ແລະ ມີພົນລະ​ເມືອງ​ຫຼາຍ./.

ຂ່າວ/ບົດ​ອື່ນ