ກອງປະຊຸມສຳມະນາ ສາກົນກ່ຽວກັບການຄຸ້ມ ຄອງສິ່ງເສດເຫຼືອແບບ ຖາວອນເພື່ອຄົນທຸກຍາກ

ກອງປະຊຸມສຳມະນາ ສາກົນກ່ຽວກັບການຄຸ້ມ ຄອງສິ່ງເສດເຫຼືອແບບ ຖາວອນເພື່ອຄົນທຸກຍາກ  - ảnh 1
​(
ພາບປະກອບ: Danh Lam/TTXVN)

(vovworld) –​​ ກອງ​ປະຊຸມ​ສຳ​ມະ​ນາສາກົນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ​​ແບບຖາວອນ​ເພື່ອ​ຄົນ​ທຸກ​ຍາກ​ໄດ້​ດຳ​ເນີນ​ໃນວັນ​ທີ 24/9, ຢູ່​ນະຄອນ​ບິ່ງ​ດິ້ງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ​ກ່ວາ 70 ຄົນ​ຕາງໜ້າ​ໃຫ້​ບັນດາ​ອົງການ​ຈັດຕັ້ງ, ອົງການ​ການ​ເງິນ, ອົງການ​ຄົ້ນຄ້ວາ​ບັນດາ​ຄູ່​ຮ່ວມ​ມື​ມາ​ຈາກ​ບັນດາ​ປະ​ເທດ: ບັງ​ກລາ​ເທດ, ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ສີ​ລັງກາ, ປາ​ກີ​ສະຖານ ​ແລະ ຫວຽດນາມ. ​ເນື້ອ​ໃນຕົ້ນຕໍ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ເພື່ອ​ແນ​ໃສ່​ແບ່ງປັນ​ບັນດາ​ບົດຮຽນ​ຂອງ​ຄູ່​ຮ່ວມ​ມື ​ແລະ ຝ່າຍ​ຕ່າງໆທີ່​ກ່ຽວຂ້ອງ​ຢູ່​ປະ​ເທດ​ອື່ນໆ​ໃນ​ການ​ປະຕິບັດ​ວິທີ​ການ “ຈາກ​ສິ່ງ​ເສດ​ເຫຼື​ອກາຍ​ເປັນ​ຊັບພະຍາກອນ​ທຳ​ມະ​ຊາດ“ ​ແລະ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ທີ່​ກ່ຽວຂ້ອງ.

 ຮອງ​ສາດສະດາຈານ, ດຣ.ຫວູ້ທິມິ​ງ ​ເລຂາທິການ​ສະຫະ​ສະມາຄົມ​ບັນດາ​ຕົວ​ເມືອງ​ຫວຽດນາມ ​ໃຫ້​ຮູ້​ວ່າ: ວິວັດ​ທະ​ນາ​ການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ພັດທະນາ​ເສດຖະກິດ​ພວມ​ດຳ​ເນີນ​ໄປ​ຢູ່​ບັນດາ​ປະ​ເທດ​ອາຊີ-ປາຊີ​ຟິກ ພາ​ໄປ​ເຖິງ​ການ​ເພີ່ມປະ​ລິ​ມານຂີ້​ເຫຍື່ອ, ສິ່ງ​ເສດ​ເຫຼືອຢູ່​ບັນດາ​ຕົວ​ເມືອງ, ຄຽງ​ຄູ່​ກັນນັ້ນ, ການບຳບັດ​ສິ່ງ​ເສດ​ເຫຼືອ​​ນີ້​ໄດ້​ກາຍ​ເປັນ​ບັນດາ​ການ​ບໍລິການ​ຕົວ​ເມືອງ​ເສຍ​ເງິນ​ຫຼາຍ​ກ່ວາ​ໝູ່​ຢູ່​ບັນດາ​ປະ​ເທດ​ພວມ​ພັດທະນາ. ສະນັ້ນ, ​ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ຕົວ​ເມືອງ​ອາຊີ-​ປາຊີ​ຟິກ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ນີ້, ຄະນະ​ກຳມະການ​ເສດຖະກິດ​ສັງຄົມອາຊີ-ປາຊີ​ຟິກ-ສປຊ (ESCAP) ​ໄດ້​ປະຕິບັດ​ໂຄງການ “ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ​ແບບ​ຖາວອນ ​ແລະ ​ເພື່ອ​ຄົນ​ທຸກ​ຍາກ​ຢູ່​ບັນດາ​ຕົວ​ເມືອງ​ຂະໜາດ​ກາງ ​ແລະ ນ້ອຍ“ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຜັນຂະຫຍາຍ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ​ແບບ​ຖາ​ວອນ./.

ຂ່າວ/ບົດ​ອື່ນ