ກອງປະຊຸມສຳມະນາ ອາຊຽນ - ຍີ່ປຸ່ນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຈະຈັດຂຶ້ນໃນໄວໆນີ້

(VOVWORLD) - ກອງປະຊຸມສຳມະນາເພື່ອແນໃສ່ສ້າງປະຖົມປັດໃຈໃຫ້ບັນດານັກວາງແຜນນະໂຍບາຍກິລາຢູ່ແຕ່ລະປະເທດ ຮັບຮູ້ໄດ້ສ້າງຄວາມສຳຄັນຂອງເລື່ອງແມ່ຍິງ, ເດັກຍິງເຂົ້າຮ່ວມກິລາ

        ວັນທີ 11 ທັນວາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ, ກອງປະຊຸມສຳມະນາ ອາຊຽນ - ຍີ່ປຸ່ນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ຈະຈັດຂຶ້ນແຕ່ວັນທີ 09 – 12 ມັງກອນ 2024, ຢູ່ ຮ່າໂນ້ຍ, ດ້ວຍຫົວຂໍ້ “ສຳຜັດຢ່າງຮອບດ້ານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ໃນກິລາ ແລະ ຜ່ານກິລາ”.

        ກອງປະຊຸມສຳມະນາເພື່ອແນໃສ່ສ້າງປະຖົມປັດໃຈໃຫ້ບັນດານັກວາງແຜນນະໂຍບາຍກິລາຢູ່ແຕ່ລະປະເທດ ຮັບຮູ້ໄດ້ສ້າງຄວາມສຳຄັນຂອງເລື່ອງແມ່ຍິງ, ເດັກຍິງເຂົ້າຮ່ວມກິລາ; ສົ່ງເສີມໃຫ້ເຂົາເຈົ້າເຂົ້າຮ່ວມກິລາໃນສະພາບວັດທະນະທຳ, ສັງຄົມຂອງແຕ່ລະປະເທດສະມາຊິກ ອາຊຽນ. ພ້ອມກັນນັ້ນ, ບັນດາຝ່າຍທີ່ກ່ຽວຂ້ອງສ້າງຍຸດທະສາດ, ສ້າງໂອກາດໃຫ້ບັນດານັກວາງນະໂຍບາຍກິລາ ອາຊຽນ ໄດ້ແລກປ່ຽນ, ເຂົ້າຮ່ວມການພັດທະນາຍຸດທະສາດໄລຍະກາງ, ໄລຍະຍາວກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍໃນກິລາຢູ່ແຕ່ລະເທດ.

        ປີ 2024 – 2025, ຕາມແຜນການໝູນວຽນ, ຫວຽດນາມ ຈະເປັນປະທານກອງປະຊຸມເຈົ້າໜ້າທີ່ອາສຸໂສ ອາຊຽນ ກ່ຽວກັບກິລາ (SOMS), ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບກິລາ (AMMS) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ; ສົມທົບກັນຈັດບັນດາການເຄື່ອນໄຫວຂອງ ອາຊຽນ ໃນຂົງເຂດກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ