ກອງປະຊຸມສຳມະນາ ອາຊຽນ - ອິນເດຍກ່ຽວກັບເສດຖະກິດທະເລຂຽວ

(VOVWORLD) - ໃນລະຫວ່າງວັນທີ 24-25 ພະຈິກ 2017, ຢູ່ນະຄອນ ຍາຈາງ, ແຄ໋ງຮ່ວາ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອິນເດຍ, ສົມທົບກັບສະຖາບັນຄົ້ນຄ້ວາເສດຖະກິດກ່ຽວກັບ ອາຊຽນ ແລະ ອາຊີຕາເວັນອອກ (ERIA)

ກອງປະຊຸມສຳມະນາ ອາຊຽນ - ອິນເດຍກ່ຽວກັບເສດຖະກິດທະເລຂຽວ - ảnh 1ກອງປະຊຸມສຳມະນາ ອາຊຽນ - ອິນເດຍກ່ຽວກັບເສດຖະກິດທະເລຂຽວ

(ພາບ: TTXVN)

ຮ່ວມຈັດຕັ້ງ ກອງປະຊຸມສຳມະນາ ອາຊຽນ - ອິນເດຍ ກ່ຽວກັບ “ເສດຖະກິດທະເລຂຽວ: ຈາກຄຳນິຍາມເຖິງການກະທຳ“. ນີ້ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ທັງແມ່ນພາກສ່ວນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາອາຊຽນ - ອິນເດຍ.

        ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ASEAN ຫວຽດນາມ ຫງວຽນກວົກຢຸງ ເນັ້ນໜັກເຖິງຄວາມສຳຄັນຂອງ ເສດຖະກິດທະເລຂຽວໃນການພັດທະນາໂລກ ແລະ ພາກພື້ນ. ທ່ານ ທ່ານຮອງລັດຖະມົນຕີ ຫງວຽນກວົກຢຸງ ສະເໜີບັນດາຜູ້ແທນມີບັນດາຂໍ້ສະເໜີລະອຽດ, ມຸ່ງໄປເຖິງການສ້າງຄວາມຮັບຮູ້ລວມໃນພາກພື້ນ ເພື່ອປົກປັກຮັກສາ ແລະ ບູລະນະສະພາບແວດລ້ອມທະເລ, ພ້ອມທັງສ້າງບັນດາກົນໄກຮ່ວມມືທີ່ເໝາະສົມ, ສ້າງສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາແບບຍືນຍົງ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນກໍ່ແລກປ່ຽນຫຼາຍຂົງເຂດ ແຕກຕ່າງກັນທີ່ຂຶ້ນກັບເສດຖະກິດທະເລຂຽວ, ໃນນັ້ນຕີລາຄາສະພາບການຕົວຈິງ, ການຮ່ວມມືໃນການຂຸດຄົ້ນທ່າກຳ່ປັ່ນ, ການຂົນສົ່ງ, ພະລັງງານຂຽວ, ແລະກົນໄກການເງິນທີ່ມີຫົວຄິດປະດິດສ້າງໃນເສດຖະກິດທະເລຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ