ກອງປະຊຸມສຳມະນາການ ຮ່ວມມືເສດຖະກິດ- ການຄ້າຫວຽດນາມ-ຈີນ


ກອງປະຊຸມສຳມະນາການ ຮ່ວມມືເສດຖະກິດ- ການຄ້າຫວຽດນາມ-ຈີນ - ảnh 1
(ພາບ:vov)

(vovworld) – ຕອນ​ບ່າຍ​ວັນ​ທີ 17/12, ຢູ່ ປັກ​ກິ​ງ, ປະ​ເທດ​ ຈີນ, ສະຖານທູດ​ຫວຽດນາມ ປະຈຳ​ ຈີນ ​ໄດ້​ສົມທົບ​ກັບ​ສູນ ​ອາ​ຊຽນ-ຈີນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື​ເສດຖະກິດ-​ການ​ຄ້າ ຫວຽດນາມ-​ຈີນ, ​ໄລຍະ​ໃໝ່, ​ໂອກາດ​ໃໝ່”. ບັນດາ​ຜູ້​ແທນ​ລ້ວນ​ແຕ່​ເຫັນ​ດີ​​ໂດຍຖື​ວ່າ: ກາ​ນຮ່ວມ​ມື​ເສດຖະກິດ ຫວຽດນາມ-​ຈີນ ຍັງ​ຄົງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນໃຫຍ່​ຫຼວງຫຼາຍ​ຢ່າງ, ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຄວນ​ສ້າງ​ສະພາບ​ແວດ​ລ້ອມ​ການ​ຮ່ວມ​ມື​ສັນຕິພາບ, ມິດຕະພາບ, ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ, ລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ 2 ຝ່າຍ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດຖະກິດສາກົນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຈີນ ຫງວຽນ​ວັນ​ເທີ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ: ພາຍ​ຫຼັງ​ກອງ​ປະຊຸມ​ສຳ​ມະ​ນາ​ ຈະ​ກຳນົດ​ໄດ້​ຄວາມ​ສາມາດ​ບົ່ມ​ຊ້ອນ, ກາລະ​ໂອກາດ, ສິ່ງ​ທ້າ​ທາຍ​ໃນ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ-​ຈີນ, ຈາກ​ນັ້ນ​ສ້າງ​ເປັນ​ບັນດາ​ຂໍ້​ສະ​ເໜີ, ຍືນ​ສະ​ເໜີ​ຕໍ່​ການ​ນຳ​ພັກ ​ແລະ ລັດ​ຂອງ 2 ປະ​ເທດ, ນຳ​ການ​ພົວພັນ​ຮ່ວມ​ມື​ການພັ​ດທະ​ນາ​ທັງ​ກ່ຽວ​ກັບ​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບ, ນຳ​ມາ​ເຊິ່ງຜົນ​ປະ​ໃຫຍດອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ