ກອງປະຊຸມສຳມະນາການພົວພັນຫວຽດນາມ-ຈີນ25ປີແຫ່ງການສ້າງສາຍພົວພັນເປັນປົກກະຕິແລະແງ່ຫວັງ

ກອງປະຊຸມສຳມະນາການພົວພັນຫວຽດນາມ-ຈີນ25ປີແຫ່ງການສ້າງສາຍພົວພັນເປັນປົກກະຕິແລະແງ່ຫວັງ - ảnh 1
(ພາບ​ປະກອບ)

(vovworld) - ວັນ​ທີ 26/9, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ມະຫາບັນດິດ ວິທະຍາສາດ ສັງຄົມ ຫວຽດນາມ, ສະ​ຖາ​ບັນ​ຄົ້ນ​ຄ້ວາ ຈີນ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ການ​ພົວພັນ ຫວຽດນາມ - ຈີນ; 25 ປີ ​ແຫ່ງ​ການສ້າງສາ​ຍພົວພັນ​ເປັນ​ປົກກະຕິ ​ແລະ ​ແງ່​ຫວັງ“. 25 ປີ ນັບ​ແຕ່ ຫວຽດນາມ - ຈີນ ສ້າງ​ການ​ພົວພັນ​ເປັນ​ປົກກະຕິ (1991-2016), ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ໄດ້​ບາດກ້າວ​ພັດທະນາ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ.

        ບັນດາ​ຜູ້​ແທນ​ຖື​ວ່າ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ດ້ານ, ທຸກ​ຂົງ​ເຂດ ​ແລະ ພ້ອມ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ຫຍຸ້ງຍາກ​ໃນ​ຕໍ່ໜ້າ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ຍາວ​ນານ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ມີ​ການປະພຶດ​ຕໍ່​ຢ່າງ​ສະ​ເໝີ​ພາບ ​ແລະ ​ເຄົາລົບ​ເຊິ່ງກັນ ​ແລະ ກັນ.

       

ຂ່າວ/ບົດ​ອື່ນ