ກອງປະຊຸມສຳມະນາກາລະໂອກາດລົງທຶນເຂົ້າອົດສຕາລີໃຫ້ວິສາຫະກິດຫວຽດນາມ

 ກອງປະຊຸມສຳມະນາກາລະໂອກາດລົງທຶນເຂົ້າອົດສຕາລີໃຫ້ວິສາຫະກິດຫວຽດນາມ - ảnh 1
ກອງປະຊຸມສາມະນາກາລະໂອກາດລົງທຶນເຂົ້າ ອົດສຕາລີ
(ພາບ: vietnam+)

(vovworld) – ​ ວັນທີ 21/9, ສະຫະ​ສະມາຄົມ​ວິ​ສາ​ຫະກິດ ຫວຽ​ດນາມ ຢູ່ Sydney (VSVA) ສົມທົບ​ກັບ​ສະຖານທູດ, ອົງການ​ການ​ຄ້າຫວຽດນາມ ປະຈຳ ອົດສຕາລີ, ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ກາລະໂອກາດລົງທຶນເຂົ້າ ອົດສຕາລີ” ສຳເລັດຜົນ. ກອງປະຊຸມສຳມະນາຄັ້ງນີ້ ດຶງດູດການເຂົ້າຂອງຜູ້ຕາງໜ້າ​ທີ່​ມາ​ຈາກກ່ວາ 20 ​ວິ​ສາ​ຫະກິດຂອງ ຫວຽດນາມ, ວິ​ສາ​ຫະກິດ​ ຫວຽດນາມ ຢູ່ ອົດສຕາ​ລີ ​ແລະ ​ນັກ​ຊ່ຽວຊານ​​ໃຫ້​ຄຳ​ປຶກສາ ອົດສຕາ​ລີ ​ໃນ​ຂົງ​ເຂດ​ປະກັນ​ໄພ, ການ​ເງິນ, ອະສັງຫາລິມະ​ຊັບຈຳນວນ​ໜຶ່ງ…​ກອງ​ປະຊຸມ​ສຳ​ມະ​ນາ​ແບ່ງປັນ​ບັນດາ​ບົດຮຽນພຶດຕິ​ກຳ​ຕົວ​ຈິງ, ຄວາມສະດວກ​ ​ແລະ ຄວາມຫຍຸ້ງຍາກ​ສຳລັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່ລົງທຶນ​ເຂົ້າ​ຕະຫລາດນີ້. ນະ​ໂຍບາຍ​ການ​ຄ້າ ​ແລະ ພາສີ​ຂອງ ອົດສຕາ​ລີ ​ແມ່ນ​ໂປ່​ງ​ໃສ​ສົມຄວນ, ແຕ່​ຮົ້ວ​ປອດ​ພາສີ​ພັດແໜ້ນ​ແຟ້ນທີ່​ສຸດ. ດ້ວຍ​ສະພາບ​ການ​ສົ່ງ​ອອກ​ສິນຄ້າ​​ໄປອົດສຕາ​ລີ ຄື​ປະຈຸ​ບັນ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​, ຈຳກັດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ນີ້​ໃຫ້ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການສົ່ງອອກ​ຂອງ ຫວຽດນາມ ​ແລະ ຄວາມ​ຕ້ອງການນຳ​ເຂົ້າຂອງ​ຝ່າ​ຍ ອົດສຕາ​ລີ.

ຂ່າວ/ບົດ​ອື່ນ