ກອງປະຊຸມສຳມະນາກ່ຽວກັບການ ເພີ່ມທະວີຄວາມສາມາດເຈລະຈາການຄ້າ

ກອງປະຊຸມສຳມະນາກ່ຽວກັບການ ເພີ່ມທະວີຄວາມສາມາດເຈລະຈາການຄ້າ - ảnh 1

(ພາບ:ອິນ​ເຕີ​ແນັດ)

(VOV)- ​​ວັນທີ 13/11, ກອງ​ປະຊຸມ​ສຳ​ມະ​ນາຫົວ​ເລື່ອງ​ສະ​ເພາະ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ເຈລະຈາ​ການ​ຄ້າ​ໃຫ້​ແກ່​ເຈົ້າໜ້າ​ທີ່​ຂັ້ນສູງ​ກຳປູ​ເຈ​ຍ​ ໄດ້​ໄຂຂຶ້ນ​ຢູ່​ປະ​ເທດ​ກຳປູ​ເຈຍ. ນີ້​ແມ່ນກອງ​ປະຊຸມ​ສຳ​ມະ​ນາທຳ​ອິດ​ໃນບັນດາກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ໂດຍ​ຄະນະ​ເລຂາ​ອາ​ຊຽນ ສົມທົບ​ກັບ​ກະຊວງ​ການ​ຄ້າ​ບັນດາ​ປະ​ເທດ​ກຳປູ​ເຈຍ, ລາວ, ມ້ຽນ​ມາ ​ແລະ ຫວຽດນາມ ຈັດຕັ້ງຂຶ້ນ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ບັນດາ​ຫົວ​ເລື່ອງ​ນະ​ໂຍບາຍ​ການ​ຄ້າ​ພາກ​ພື້ນ ​ແລະ ຫຼາຍ​ຝ່າຍ, ການ​ເຈລະຈາ​ດ້ານ​ການ​ຄ້າ​ໃນ​ກະສິກຳ, ບັນດາ​ມາດ​ຖານ​ຫຼັກ​ອະນາ​ໄມ ​ແລະ ກວດ​​ໂລກລະບາດ​ສັດ, ບັນດາ​ຮົ້ວກີດຂວາງ​ດ້ານ​ເຕັກນິກ​ສຳລັບ​ການ​ຄ້າ ​ແລະ ບັນດາ​ບັນຫາ​ການ​ຄ້າ​ໃໝ່​ຄື​ມາດຖານ​ແຮງ​ງານ​ໃນ​ສັນຍາ​ການ​ຄ້າ. ທ່ານ Pich Rithi ຫົວໜ້າ​ກົມ​ການ​ຄ້າ​ພາຍ​ໃນ​ປະ​ເທດ ກະຊວງ​ການ​ຄ້າ​ກຳປູ​ເຈຍ ​ເນັ້ນໜັກ​ວ່າການ​ບຳລຸງ​ສ້າງ​ກ່ຽວ​ກັບ​ການ​ເຈລະຈາ ​ແລະ ນະ​ໂຍບາຍ​ການ​ຄ້າ​ແມ່ນ​ສຳຄັນ​ທີ່​ສຸດ​ໃນ​ການ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮູ້​ໃຫ້​ແກ່​ບັນດາ​ເຈົ້າໜ້າ​ທີ່​ກຳປູ​ເຈຍ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ; ຊ່ວ​ຍຍົກ​ສູງ​ປະສິດທິ​ຜົນ​ແຫ່ງ​ການ​ປະຕິບັດ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ ອາ​ຊຽນ+1. ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ຄັ້ງຕ່າງໆ ທີ່​ຄ້າຍຄື​ກັນຈະ​ຖືກ​ຈັດ​ຂຶ້ນ​ຢູ່​ລາວ, ມ້ຽນ​ມາ ​ແລະ ຫວຽດນາມ ​ໃນ​ຊຸມ​ເດືອນ​ຕໍ່​ໄປ.

 

 

 

ຂ່າວ/ບົດ​ອື່ນ