ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ຢູ່ອົດສຕາລີ

ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກ ຢູ່ອົດສຕາລີ - ảnh 1
(ພາບປະກອບ)
(vovworld) - ກອງ​ປະຊຸມສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກດ້ວຍ​ຫົວ​ຂໍ້​ວ່າ “ທະ​ເລ​ຕາ​ເວັນ​ອອກ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ຄວາມໝັນ​ຄົງ​ໃນ​ພາກ​ພື້ນ​ຂອງ​ອົດສຕາ​ລີ” ຫາ​ກໍຖືກ​ດຳ​ເນີນ​ໄປ​ເມື່ອ​ມໍ່ໆ​ມາ​ນີ້ຢູ່ Canberra, ດ້ວຍ​ການ​ເຂົ້າຮ່ວມ​ຂອງນັກຮຽນ​ຮູ້, ຜູ້​ຊ່ຽວຊານ​ດ້ານ​ກົດໝາຍ, ການ​ທະຫານ, ຄວາມ​ສະຫງົບ, ການ​ຕ່າງ​ປະ​ເທດ, ນັກ​ວິຈານ​ສາກົນເກືອບ 50 ຄົນ. ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ດ້ວຍ​ບົດ​ປະກອບ​ຄວາມ​ເຫັນກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ເອກະສານ​ດ້ານ​ກົດໝາຍ​ທີ່​ພິສູດ​ໃຫ້​ເຫັນອະທິປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ກອງ​ປະຊຸ​ມສຳ​ມະ​ນາ ​ໄດ້​ຮັບ​ຟັງ​ບັນດາ​ນັກ​ບັນ​ລະ​ຍາຍ​ເໜີ​ກ່ຽວ​ກັບ​ຕົ້ນ​ກຳ​ເນີ​ດການ​ພິດ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບົດບາດ​ຂອງ​ກົດໝາຍ ​ແລະ ການຄຸ້ມຄອງ​ຂອງ​ສາກົນ, ທັດສະນະ​ຂອງ ອາ​ຊຽນ ​ແລະ ບັນດາ​ຝ່າຍ​ທີ່​ມີ​ການ​ພິດ​ພາດ​ກ່ຽວ​ກັບ​ບັນດາ​ທະ​ເລ​ຕາ​ເວັນ​ອອກ... ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ​ໃຫ້​ແກ່​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສະຖຽນ​ລະ​ພາບ, ການຫຼິກລ້ຽງ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຈຳ​ເປັນ ​ກ່ອນທີ່ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ການ​ພິດ​ພາດ. ບັນດາ​ຝ່າຍ​ຕ້ອງ​ປະຕິບັດ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ທະ​ເລ (UNCLOS), ​ເຫັນ​ດີກັບ​ຂໍ້​ສະ​ເໜີຂອງ​ອາ​ຊຽນ ກ່ຽວ​ກັບ​ປະມວນ​ລະບຽບ​ການ​ກ່ຽວ​ກັບ​ການ​ປະ​ພຶດຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ກໍ​ຄື​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ, ການ​ຮ່ວມ​ດ້ານ​ການ​ສ້າງ​ລະບອບການ​ເດີນ​ທະ​ເລ. ກອງ​ປະຊຸມ​ສຳ​ມະ​ນາ​ຍັງ​ເນັ້ນ​ໜັກ​ວ່າ ວິວັດ​ການ​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ການ​ພິດ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ການມີ​ຄວາມ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ​ຂອງ​ຈີນ ທີ່​ສຸດ.

ຂ່າວ/ບົດ​ອື່ນ