ກອງປະຊຸມສຳມະນາກ່ຽວກັບບັນດາມາດຕະການພັດທະນາເສດຖະກິດທະເລຢູ່ທະເລຕາເວັນອອກແບບຍືນຍົງ

ກອງປະຊຸມສຳມະນາກ່ຽວກັບບັນດາມາດຕະການພັດທະນາເສດຖະກິດທະເລຢູ່ທະເລຕາເວັນອອກແບບຍືນຍົງ - ảnh 1
ບັນດານັກວິທະຍາສາດປຶກສາຫາລືຢູ່ນອກກອງປະຊຸມ
(ພາບ: daidoanket.vn)

(vovworld) - ​ຢູ່​ນະຄອນຍາ​ຈາງ, ​ແຂວງ​ແຄງ​ຮ່ວາ ​ໄດ້ສົມທົບ​ກັບ​ເວທີ​ປາ​ໄສ​ທົ່ວ​ໂລກ Boston (ອາ​ເມ​ລິ​ກາ) ຈັດ​ຕັ້ງ​ການໂອ້​ລົມ​ສົນທະນາ​ວິທະຍາສາດ​ດ້ວຍ​ຫົວ​ຂໍ້ວ່າ “ກາລະ​ໂອກາດ, ສິ່ງ​ທ້າ​ທາຍ ​ແລະ ບັນດາ​ມາດ​ຕະການ​ພັດທະນາ​ເສດຖະກິດ​ທະ​ເລ​ແບບ​ຍືນຍົງ” ​ໃນ​ຂອບ​ເຂດ Festival ທະ​ເລ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ ດຣ​. ​ເຈືອງ​ມິ​ນຮຸ​ຍຫວູ, ຜູ້ອຳນວຍການສູນ​ຄົ້ນຄວ້າ​ສາກົນ, ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳນະຄອນ ​ໂຮ່ຈີ​ມິນ ຖື​ວ່າ: ຖ້າ​ຫາກ​ເວົ້າ​ເຖິງ​ສິ່ງ​ທ້າ​ທາຍ​ໃນ​ການ​ພັດທະນາ​ເສດຖະກິດນັ້ນ ​​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງສຸດ​ໃນ​ປະຈຸ​ບັນ. ຫວຽດນາມ ກໍ​ຄື ຟີ​ລີບປີ​ນ, ມາ​ເລ​ຊ​ເຍ, ບຣຸ​ໄນ ຕ້ອງ​ມີສຳ​ພັນທະ​ມິດ​ນິຕິ​ກຳ​ຮ່ວມ ​ເພື່ອ​ແບ່ງປັນ​​ດ້ານ​ຜົນ​ປະ​ໂຫຍ​ດ, ​ແຫຼ່ງຊັບພະຍາກອນ​ມະນຸດ. ພ້ອມ​ກັນນັ້ນ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ການ​ເດີນ​ທະ​ເລຢູ່​ທະ​ເລຕາ​ເວັນ​ອອກ. ທ່ານ ດຣ.ເຈືອງ​ມິ​ນຮຸ​ຍຫວູ ສະ​ເໜີ​ວ່າ:

        “​ເມື່ອ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ພົ້ນ​ເດັ່ນ​ຂຶ້ນ ກໍ່ໄດ້​ດຶງ​ດູດຄວາມ​​ສົນ​ໃຈ​ຂອງ​​ນັກຮຽນ​ຮູ້​ທັງ​ຢູ່ພາຍ​ໃນ​ ​ແລະ ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ສິ່ງ​ທີ່ພວກ​ເຂົາສົນ​ໃຈບໍ່​ພຽງ​ແຕ່​ແມ່ນ​ທັດສະນະຂອງ ຫວຽດນາມ ຄື​ແນວ​ໃດ​ເທົ່າ​ນັ້ນ, ຫາກ​ຍັງ​​ສົນ​ໃຈ​​​ເຖິງວິທີ​ແກ້​ໄຂ​ຂອງ​ບັນດາ​ປະ​ເທດ ອາຊຽນ ​ອີກ​ດ້ວຍ, ພິ​ເສດ​ແມ່ນ ຫວຽດນາມ ​ແລະ ຟີ​ລິບ​ປີນ. ​ເພາະ​ສະ​ນັ້ນ, ​ຖ້າ​ຫາກ​ພວກ​ເຮົາສ້າງ​ໄດ້​ວິທີ​ສຳ​ພັດ​​ໃນ​ໄລຍະຈະມາ​ເຖິງບົນທະ​ເລ​ຕາ​ເວັນ​ອອກ​ຕາມ​ທິດ​ສັນຕິພາບ, ຍຸຕິ​ທຳ ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ນັ້ນຈະ​ແມ່ນ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ທີ່​ມີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ​​ບົນ​ທະ​ເລ​ຕາ​ເວັນ​ອອກ”.

ຂ່າວ/ບົດ​ອື່ນ